Aug 5, 2015

ເທື່ອຫລ້າສຸດ ພວກເຮົາໄປແຂວງຫລ້າສຸດຂອງ ສປປ ລາວ

(ຂອບໃຈທີ່ຕິດຕາມ...ຫວ່າງໆຢ່າລື ໄປທ່ຽວຖ້ຳເຈົ້າອະນຸວົງ ກະສັດອົງສຸດທ້າຍຂອງລາວ ເດີ້)

May 27, 2015

ອຸ່ນຫລ້າ ຣາຊາຈັກ ນັກປະພັນວັນນະຄະດີທີຫລາຍຄົນອາດຍັງບໍ່ຮູ້


ອຸ່ນ​ຫ້ລາ ຣາຊາ​ຈັກ ​ເລີ່ມ​ເຂົ້າ​ເຮັດ​ວຽກ​ນຳລັດ ທີ່ວິທະຍຸກະຈາຍສຽງແຫ່ງຊາດໃນ​ປີ1986​ ຍ້ອນ​ມີ​ພອນ​ສະຫັວນ​ໃນ​ການ​ປະ​ດິດ​ແຕ່ງ​ກາບ​ກອນ,ກະວີ ​ແລະ​ ເລື້ອງ​ສັ້ນ. ໂດຍສ່ວນຕົວ ອຸ່ນຫລ້າ​ເປັນ​ຄົນມັກ​ກິນ ມັກຊູ​ມ​ແຊວ, ຕະຫລົກ​ເຮ​ຮາ ມັກ​ຄົບ​ຄ້າ​ສະ​ຄົມ​ກັບ​ເພື່ອນ​ຝູງ​ທົ່ວ​ໄປ, ​ເປັນ​ຄົນ​​ໃຈດີ ແລະ ຍັງມີ​ພອນ​ສະຫັວນ​ໃນ​ການ​ປະພັນ​ເພງ​ ແລະ ​ສ້າງສັນ​ນັກ​ຮ້ອງ​ທັງ​ຍິງຊາຍ​ມາ​ຫລາຍ​ຄົນ​ແລ້ວ, ​ເຂົາ​ຂຽນ​ລະຄອນ​ວິທະ​ຍຸ​ບໍ່​ເກັ່ງ​ປານ​ໃດ ແຕ່ເຂົາມີຄວາມສາ ມາດໃນການສະແດງລະຄອນໄດ້ຫລາຍລີລາໃນນ້ຳສຽງສຳນຽງສຳນວນຂອງທ້ອງຖິ່ນ, ລະຄອນວິທະຍຸ ບົດທຳອິດທີ່ໄດ້ສະແດງອອກອາກາດມ່ນເລື່ອງ “ ມົນຮັກວັງນ້ຳໃຈ” ເຊິ່ງອອກອາກາດເມື່ອວັນທີ 17 ກໍລະກົດ 1988 ຫລັງຈາກເຂົາໄດ້ເຂົ້າເຮັດວຽກແລ້ວເກືອບ 2 ປີ.​

ພາບສຸດທ້າຍຂອງການຈັດລາຍການຂອງ ສ/ຫ ອຸ່ນຫລ້າ ຣາຊາຈັກ ທີ່ທີມງານມີ
ອຸ່ນຫລ້າ ຣາຊາຈັກ ຖືກມອບໝາຍໃຫ້ຈັດລາຍການວິທະຍຸຢູ່ຫລາຍລາຍການ ໂດຍບໍ່ມີການໂຕ້ແຍ້ງໃດໆ ເຂົາຖືກ ມອບໝາຍວຽກໃດໃຫ້ ແມ່ນຕັ້ງໃຈເຮັດວຽກນັ້ນໝົດຈິດໝົດໃຈ ຈະເປັນລາຍການຕອນເຊົ້າເຊັ່ນສຽງເພງ ກາງທົ່ງ ນາ,ສົ່ງເສີມສິນລະປິນ ຫລື ຈະເປັນຕອນແລງເຊັ່ນລາຍການວັນນະຄະດີຍາມແລງ ຫລື ຕອນກາງຄືນ...
ລາຍການທີ່ ອຸ່ນຫລ້າ ຣາຊາຈັກ ໄດ້ຖືກມອບໝາຍໃຫ້ຈັດດົນທີ່ສຸດກໍຄືລາຍການ ສົ່ງເສີມສິນລະປິນ ເຊິ່ງລາຍ ການນີ້ອອກອາກາດທາງລະບົບຄື້ນກາງ AM 567 Khz ແລະ ຄື້ນສັ້ນ SW 6130 Khz ໄລຍະນັ້ນອອກ ອາກາດ ທຸກມື້ ເວລາ 10:00-11:00 ໂມງ ເຊິ່ງລາຍການນີ້ແມ່ນສັບປ່ຽນກັນຈັດກັບ ວິໄລພອນ ວົງພະຈັນ ແລະ ເປັນລາຍ ການທີ່ໄດ້ເຮັດໃຫ້ນັກຈັດລາຍການທັງສອງ ກ້າວສູ່ເສັ້ນທາງຂອງການເປັນນັກປະພັນເພງ ແລະ ຮ້ອງເພງ ໃນເວລາຕໍ່ມາ.

ອຸ່ນຫລ້າ ຣາຊາຈັກ ໄດ້ເລີ່ມຫັນໄປເດີນໃນເສັ້ນທາງຂອງວົງການເພງ ພາຍຫລັງຜູ້ກ່ຽວໄດ້ເຮັດວຽກບໍ່ເຖິງ 10 ປີ ຫັນມາເອົາດີໃນການປະພັນເພງໃຫ້ນັກຮ້ອງ ຈາກການປະພັນເພງເປັນເປັນເພງໃຫ້ນັກຮ້ອງ ກໍປະພັນເປັນຊຸດ ທັງຮ່ວມກັນຜລິດອອກຈຳນ່າຍໃນທ້ອງຕະລາດ ເຊິ່ງນັກຮ້ອງທີ່ ອຸ່ນຫລ້າ ຣາຊາຈັກ ມັກປະພັນເພງໃຫ້ກໍມີ ວັນໄຊ ສົມສຸກ, ວຽງມອນ ສອນດຳເນີນ, ເທວັນ ເທບເທວາ ເຊິ່ງຄົນນີ້ມີຫລາຍຊຸດດ້ວຍກັນ ແລະ ຄົນຮູ້ຈັກ ເທວັນ ເທບເທວາ ຫລາຍດັ່ງທຸກມື້ນີ້ກໍແມ່ນຍ້ອນເພງຂອງອຸ່ນຫລ້າ ຣາຊາຈັກແຕ່ງໃຫ້ເປັນຕົ້ນຕໍ ບໍ່ວ່າຈະເປັນ ດອກຫຍ້າໃນໂຮງງານ, ສາວນາແຖ, ສຽງຈາກດີເຈ ແລະ ອື່ນໆ ນອກນັ້ນກໍມີນັກຮ້ອງຍິງ ອີກຈຳນວນໜຶ່ງ.

ເພງທີ່ເຮັດໃຫ້ຄົນຮູ້ຈັກ ອຸ່ນຫລ້າ ຣາຊາຈັກ ຫລາຍຂຶ້ນໂດຍສະເພາະໃນວົງການເພງນັ້ນແມ່ນເພງ “ໂມທະນາຮັກ” ແຕ່ເພງໂມທະນາຮັກ ບໍ່ໄດ້ເປັນເພງທຳອິດທີ່ ອຸ່ນຫລ້າ ຣາຊາຈັກ ແຕ່ງ ເຊິ່ງກ່ອນນີ້ກໍເຄີຍ ແຕ່ງໃຫ້ນັກຮ້ອງ ຫລາຍ ຄົນຮ້ອງມາແລ້ວ ແຕ່ບໍ່ໄດ້ຮັບການຕອບຮັບ. ເພງໂມທະນາຮັກ ໄດ້ຮັບຄວາມນິຍົມ ທັນທີ ຫລັງຈາກອອກ ຫ້ອງ ອັດສຽງ ເຊິ່ງ ວັນໄຊ ສົມສຸກ ເປັນນັກຮ້ອງຄົນທຳອິດທີ່ໄດ້ຮ້ອງເພງນີ້ເພື່ອຈຳໜ່າຍ ສະໄໝນັ້ນ ຍັງໃຊ້ກະແຊັດຢູ່ ແລະ ຫລັງຈາກນັ້ນມາຫລາຍປີ ອຸ່ນຫລ້າ ໄດ້ນຳເອົາເພງນີ້ມາອັດສຽງຕື່ມອີກເທື່ອໃໝ່ ໂດຍມອບ ໃຫ້ ບຸນຍູ້ ລູກແມ່ຂອງ ເປັນຜູ້ຂັບຮ້ອງ ສ່ວນວ່າເພງນີ້ມັນເກີດຂຶ້ນມາ ໄດ້ຈັ່ງໃດ ມີເຫດຜົນເບື້ອງໜ້າເບື້ອງຫລັງ ເປັນແນວໃດນັ້ນ…ມີເວລາຈະມາເວົ້າສູ່ຟັງ……


ເພງໂມທະນາຮັກ ບໍ່ພຽງແຕ່ໄດ້ສ້າງຊື່ສຽງໃຫ້ແກ່ ອຸ່ນຫລ້າ ຣາຊາຈັກ ເທົ່ານັ້ນ ມັນຍັງໄດ້ສ້າງໂອກາດ ທີ່ດີແກ່ ອຸ່ນຫລ້າ ຕື່ມອີກໃນການຕໍ່ຍອດເພງຊຸດໃໝ່ ເພາະອຸ່ນຫລ້າ ເອງເປັນຄົນທີ່ມີຊັບໜ້ອຍ, ບໍ່ມີເຮືອນຢູ່ ເປັນຂອງ ຕົນເອງ ແລະ ເປັນຄົນປ່ຽວພອຍຫລາຍປີ ແຕ່ມີຫົວຄິດປະດິດສ້າງສູງສົມຄວນ ດັ່ງນັ້ນ ຈຶ່ງມີຄົນຊ່ວຍ ໃນການ ຜະລິດເພງຊຸດໃໝ່ ອີກຫລາຍຊຸດຕໍ່ເນື່ອງກັນໃນໄລຍະເວລາເວລາທີ່ບໍ່ດົນເທົ່າໃດ ໃນນີ້ມີເພງຊຸດໜຶ່ງ ທີ່ສ້າງຊື່ ສຽງໃຫ້ເຂົາ ກໍຄືນັກຮ້ອງ ທີ່ບໍ່ເຄີຍມີໃຜຮູ້ຈັກມາກ່ອນ ແຕ່ເກັີມີຄົນຮູ້ຈັກແບບປະຫລາດໃຈ ໃນຜົນງານເພງ ຊຸດ “ກະຖິນຫົວໃຈ” ເຊິ່ງ ວຽງມອນ ສອນດຳເນີນ ເປັນຄົນຂັບຮ້ອງທັງຊຸດ ເຊິ່ງມີເພງປະມານ 10 ​ເພງ ໃນຊຸດນີ້ ເພງທີ່ຄົນມັກຟັງຫລາຍທີ່ສຸດກໍມີເພງ: ກະຖິນຫົວໃຈ, ມົນຮັກເມືອງເກົ່າ, ດອກຟ້າພູໄທ ເປັນຕົ້ນ.
ເພງກະຖິນຫົວໃຈນີ້ ເປັນເພງທີ່ດັງທີ່ສຸດຂອງ ອຸ່ນຫລ້າ ຣາຊາຈັກທີ່ໄດ້ແຕ່ງໄວ້ ເຊິ່ງຄາດວ່າບໍ່ຕໍ່າກ່ວາ 100 ເພງ ແລະ ເພງຊຸດນີ້ກໍໄດ້ເປີດເສັ້ນທາງສູ່ວົງການເພງໃຫ້ແກ່ອຸ່ນຫລ້າ ຣາຊາຈັກ ໂດຍບໍ່ມີໃຜຈະມາກີດຂວາງໄດ້ ແລະ ຈາກນັ້ນມາ ອຸ່ນຫລ້າ ຣາຊາຈັກ ໄດ້ຮັບເຊີນໄປຢ້ຽມຢາມຫລາຍໂຄງການຂອງລັດ, ຂອງບໍລິສັດ ແລະ ຫລາຍ ແຂວງ ເພື່ອໃຫ້ອຸ່ນຫລ້າ ປະພັນເພງກ່ຽວກັບອົງກອນຂອງຕົນເອງໃຫ້. ສຳລັບເພງກະຖິນຫົວໃຈ ກໍໄດ້ມີນັກຮ້ອງ ຫລາຍຕົນນຳໄປຮ້ອງຄືກັນ ໃນນັ້ນມີທັງນັກຮ້ອງລະດັບສິນລະປິນດີເດັ່ນ ແຫ່ງຊາດ ເຊັ່ນ: ຄຳພັນ ພົນທອງສີ ແລະ ອາດມີຄົນອື່ນນຳອີກ. ເພງ ກະຖິນຫົວໃຈ ນີ້ກໍເປັນເພງໜຶ່ງທີ່ມີສາເຫດຂອງການເກີດຂຶ້ນບໍ່ທຳມະດາ (ມີເຫດການທີ່ໜ້າຂັບຂັນ ທີ່ເກີດນຳອຸ່ນຫລ້າ ຣາຊາຈັກ ຈົນວ່າ ຫົວໜ້າຜູ້ກ່ຽວໄດ້ສັ່ງບໍ່ໃຫ້ອຸ່ນຫລ້າມາຈັດລາຍ ການເຖິງ 3 ເດືອນ) ມີເວລາເມື່ອໃດແລ້ວຈະມາເວົ້າສູ່ຟັງ…

ໃນໂອກາດວັນສ້າງຕັ້ງວິທະຍຸກະຈາຍສຽງແຫ່ງຊາດລາວ ຫລື ວສລ ຄົບຮອບ 50 ປີ ເມື່ອປີ 2010 ນັ້ນ ພະແນກວັນນະຄະດີ ໄດ້ຖືກມອບໝາຍໃຫ້ຜລິດເພງ 1 ​ຊຸດ ເພື່ອສັນລະເສີນ ວສລ ແລະ ແຈກຢາຍໃນງານ ສະເຫລີມສະຫລອງວັນທີ່ມີຄວາມໝາຍປະຫວັດສານດັ່ງກ່າວ ອຸ່ນຫລ້າ ຣາຊາຈັກ ໄດ້ຮັບການມອບໝາຍໃຫ້ ຮັບຜິດຊອບດ້ານວິຊາການໂດຍກົງໃນການຜລິດເພງຊຸດນີ້ ເຊິ່ງ ອຸ່ນຫລ້າເປັນບຸກຄົນທີ່ສຳຄັນຫລາຍ ໃນການຊັກຊວນນັກຮ້ອງມາຮ່ວມຮ້ອງເພງໂດຍບໍ່ເສຍຄ່າ ເຊິ່ງເພງຊຸດນີ້ ຫາກຈ່າຍເງິນທັງໝົດຄົງບໍ່ຕໍ່າກ່ວາ 30 ລ້ານກີບ ແຕ່ນັກຮ້ອງທຸກຄົນ ລວມທັງເຈົ້າຂອງຫ້ອງອັດສຽງ ຜູ້ເຮັດດົນຕຣີ ຕ່າງກໍເປັນຈິດອາສາທັງນັ້ນ. ສ່ວນເພງຮ້ອງແມ່ນ ອຸ່ນຫລ້າ ຣາຊາຈັກ ເປັນຜູ້ແຕ່ງ ແລະ ຄວບຄຸມການຜລິດເອງ


ນະໂອກາດນີ້ ໃນນາມຜູ້ຊີ້ນຳການຜລິດເພງຊຸດນີ້ ຂໍຂອບໃຈທຸກໆທ່ານທີ່ມີສ່ວນຮ່ວມ ແລະ ເຮັດໃຫ້ເພງຊຸດນີ້ປະສົບຜົນສຳເລັດຜົນເປັນຢ່າງດີ ຜົນງານຂອງບັນດາສະຫາຍ ວສລ ຂໍຈາລຶກໄວ້ຕະລອດໄປ



ເລື່ອງລາວຂອງ ອຸ່ນຫລ້າ ຣາຊາຈັກ ມີຢ່າງຫລວງຫລາຍ ເປັນອັນວ່າ ພວກເຮົາຈະພະຍາຍາມຊອກຫາ ມາເລົ່າສູ່ຟັງໃນໂອກາດຕໍ່ໆໄປເດີ້…
ສ.ຫ ອຸ່ນຫ້ລາ ຣາຊາຈັກ ເລີ່ມເຂົ້າເຮັດວຽກໃນປີ1986 ຍ້ອນມີພອນສະຫັວນໃນການປະດິດແຕ່ງ ກາບກອນ,ກະວີ ແລະ ເລື້ອງສັ້ນ ຈຶ່ງໄດ້ມີໂອກາດກ້າວເຂົ້າມາສູ່ຖະນົນສາຍນີ້, ເຂົາເປັນຄົນມັກ ສັງສັນ, ຕະຫລົກເຮຮາ, ມັກຄົບຄ້າສະຄົມກັບເພື່ອນຝູງທົ່ວໄປ, ເປັນຄົນອ່າວງຽບຂຶມແຕ່ໃຈດີ, ມີພອນສະຫັວນໃນ ການປະພັນເພງ ແລະ ສ້າງສັນນັກຮ້ອງທັງຍິງຊາຍມາຫລາຍຄົນແລ້ວ, ເຂົາຂຽນລະຄອນວິທະຍຸບໍ່ເກັ່ງປານໃດ ແຕ່ມີນ້ຳໃຈອົດທົນແລະເສຍສະຫລະເພື່ອຄົນອື່ນສະເໝີ. ເຂົາມີຄວາມສາມາດສະແດງລະຄອນ, ຄວບຄຸມການ ຜລິດລະຄອນ, ແຕ່ງ ແລະ ຮ້ອງເພງ ແຕ່ສ່ວນໃຫ່ຍເຂົາຈະເປັນໂຄສົກຈັດລາຍການວິທະຍຸຫລາຍລາຍການ...

ສ.ຫ ອຸ່ນ​ຫ້ລາ ຣາຊາ​ຈັກ ເກີດເມື່ອ ວັນທີ 11 ຕຸລາ 1965 ທີ່ບ້ານທ່າງ່ອນ, ເມືອງ ໄຊທານີ, ນະຄອນຫລວງ ວຽງຈັນ, ຊົນເຜົ່າລາວ, ນັບຖືສາສນາພຸດ, ຮຽນຈົມອຸດົມ(ມ.ປາຍ) ແລະ ໄດ້ເຂົ້າເຮັດການທີ່ວິທະຍຸກະຈາຍສຽງ ແຫ່ງຊາດລາວ ເມື່ອວັນທີ 1 ຕຸລາ 1986 .

ສ.ຫ ອຸ່ນ​ຫ້ລາ ຣາຊາ​ຈັກ ແຕ່ງງານຄັ້ງທຳອິດກັບນາງ ສົມອຸລາ ເມື່ອວັນທີ 24 ກັນຍາ 1994 ຢູ່ທີ່ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ມີລູກ(ບຸນທຳ) ນຳກັນ 1 ຄົນ ເປັນເພດຍິງ ອາຍຸດຽວນີ້ປະມານ 21 ປີ(2015). ຫລັງຜູ້ກ່ຽວໄດ້ຢ່າກັບເມຍຄົນທຳອິດ ໃນໄລຍະນີ້ເອງທີ່ ອຸ່ນຫລ້າ ໄດ້ທຸ້ມເທເວລາສ່ວນຫລາຍເຂົ້າໃນ ການ ປະພັນເພງ ຜະລິດເພງ ແລະ ມີການເຄື່ອນໄຫວໃນສັງຄົມຫລາຍຂຶ້ນ ແລະ ໄດ້ເປັນ ອຈ ຮັບເຊີນໄປບັນຍາຍ ກ່ຽວກັບການປະພັນເພງນີ້ຢູ່ເນື່ອງນິດ ໃນນາມສະມາຊິກຂອງສະມາຄົມນັກປະພັນລາວ....

ອຸ່ນຫລ້າ ຣາຊາຈັກ ໄດ້ແຕ່ງງານອີກເປັນຄັ້ງທີ 2 ເມື່ອປີ 2010 ຢູ່ທີ່ບ້ານພູຄຳ(ເຂດທ່າງ່ອນ) ເມືອງ ໄຊທານີ ນະຄອນຫລວງວຽງຈັນ ກ່ອນຈະມາພັກຢູ່ເຮືອນພັກ(ພະນັກງານ)ທີ່ບ້ານ ໂພນສີນວນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ມີລູກນຳເມຍຄົນທີ 2 ນີ້ 2 ຄົນ ເປັນເພດຍິງ ແລະ ເພດຊາຍ ກ່ອນທີ່ຜູ້ກ່ຽວຈະເສຍຊີວິດລົງເມື່ອວັນທີ 5 ມີນາ 2013

(ເລື່ອງລາວຂອງອຸ່ນຫລ້າບໍ່ທັນໝົດ ຂອບໃຈທຸກທ່ານທີ່ຕິດຕາມ)