Dec 16, 2014

ເທບທາລາ ນາມປາກກາທີ່ຫລາຍຄົນຍັງຈົດຈຳ


ສະບາຍດີທຸກທ່ານ ຫາກທ່ານໃດມີຂໍ້ມູນກ່ຽວກັບນັກປະພັນລະຄອນທີ່ຊື່ວ່າ ເທບທາລາ ຫລື ຮູ້ຈັກກັບເພິ່ນ ຊ່ວຍເພີ່ມເຕີມຂໍ້ມູນ ແລະ ບອກເພິ່ນດ້ວຍວ່າພວກເຮົາ ນັກສະແດງລະຄອນ, ນັກຟັງລະຄອນຍັງຄິດເຖິງ ເພາະບໍ່ເຫັນເພິ່ນດົນແລ້ວ...
ທ່ານ ​ເທບ​ທາລາ ​ເປັນ​ນັກ​ປະພັນ ໂດຍສະເພາະແມ່ນປະພັນລະຄອນວິທະຍຸ ທີ່ມີຄົມປາກກາສ້ຽມປຫລມຄົນໜຶ່ງ ທີ່ນັກຟັງລະຄອນຟັງແລ້ວໄດ້ໃຈ ໄດ້ອາລົມ ບໍ່ພຽງເທົ່ານີ້ເພິ່ນຍັງເປັນ​ໂຄສົກ​ ແລະ​ ເປັນນັກສະ​ແດງ​ລະຄອນ ທີ່ສາມາດສະແດງໄດ້ຫລາຍໂຕ ບໍ່ວ່າຈະເປັນພະເອກ, ໂຈນ ຫລື ຜູ້ຮ້າຍແລະ ອື່ນໆ.

ເທບທາລາ ເປັນທັງຊື່ ແລະ ນາມປາກກາ ໃນທີມງານລະຄອນສຽງແຄນລາວມັກເອີ້ນລາວວ່າ: "ອ້າຍເທບ" 
ອ້າຍເທບ ເພິ່ນ​ຮຽນ​ຈົບ​ວີ​ຊາ​ທໍລະ​ນິສາດ​ຈາກ​ປະ​ເທດ​ເຢຍ​ລະ​ມັນ​ ແລະ ເຄີຍໄດ້​ໄປ​ຝືກງານ​ຢູ່​ ສ ສ ວຽດນາມ ໃນນາມນັກຂຽນບົດລະຄອນ ເຊິ່ງເພິ່ນເຄີຍຮ່ວມຂຽນບົດລະຄອນກັບນັກຂຽນລະຄອນວິທະຍຸວຽດນາມ ໂດຍສະເພາະແມ່ນ ທ່ານ ຫງວຽນມິງເຈົາ..​
ເທບທາລາ ລາວເກັ່ງ​ພາສາ​ຕ່າງປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ພາສາ​ຝຣັ່ງ, ພາສາເຢຍລະມັນ ແລະ ມີພື້ນຖານດີສົມຄວນກ່ຽວກັບພາສາວຽດນາມ. ນອກນີ້ແລ້ວຍັງມີ​ຄວາມສາມາດ ແລະ ​ຊຳ​ນີຊຳນານ​ງານ​ຫລາຍຢ່າງ​ ໂດຍສະເພາະ​ແມ່ນການ​ສອນ​ພາສາລາວ​ໃຫ້​ຄົນ​ຕ່າງປະ​ເທດ​ ແລະ ສອນພາສາເຢຍລະມັນ ແລະ ພາສາຝຣັ່ງ​ໃຫ້ຄົນ​ລາວ​ ເຊິ່ງນີ້ແມ່ນວຽກເສີມ ທີ່ສ້າງລາຍຮັບ, ຄວາມຮັກ ແລະ ມິດຕະພາບໃຫ້ຜູ້ກ່ຽວ ຈົນເປັນຄົນທີ່ມີຄົນຮູ້ຈັກໃນວົງກ້ວາງ.
ລາຍການ "ເພື່ອນມິດລະຄອນສຽງແຄນລາວ" ແມ່ນລາຍການໜຶ່ງທີ່ດຳເນີນ ແລະ ໂດ່ງດັງທີ່ສຸດໃນໄລຍະນັ້ນ ເຊິ່ງເທບທາລາໄດ້ໃຊ້ເປັນເວລທີໃນການເວົ້າລົມກັບມິດລະຄອນ ເພາະໄລຍະນັ້ນ ລາຍການລະຄອນຈະອອກອາກາດ ລະບົບ AM 567 Khz, SW 6130 Khz ແຕ່ວັນຈັນ-ວັນສຸກ ເວລາ 13:30 ໂມງ ສ່ວນວັນເສົາ ແລະ ວັນອາທິດ ແມ່ນຈັດເປັນລາຍການ ຕອບຮັບແຮງໃຈເພື່ອນມິດລະຄອນສຽງແຄນລາວ ເຊິ່ງຜູ້ຟັງລະຄອນໄດ້ຂຽນຈົດໝາຍມາຫາລາຍການເພື່ອ ຖາມເຖິງນັກສະແດງ, ຕົວລະຄອນໃນເລື່ອງ ແລະ ອື່ນໆ ເຊິ່ງແຕ່ລະວັນມີຈົດໝາຍເຂົ້າມາຢ່າງຫລວງຫລາຍ.....

ເທບ​ທາ​ລາ​ເປັນ​ຄົນ​ມັກ​ຕະລົກ​ເຮ​ຮາ,ມີ​ແນວ​ຄິດ​ສັງສັນ​ທາງ​ດ້ານ​ວັນນະກຳ ​ແລະ ​ບົດ​ເພງ. ​ ເຂົາ​ເຄີຍ​ແຕ່ງ​ເພງ​ໃຫ້ ​ທ່ານນາງ​ ພວງມາ​ໄລ​ ພົງພາວັນ ໂຄສົກ​ໂທລະພາບ​​ແຫ່ງ​ຊາດ​ລາວ (​ຊ່ອງ 9)ຫລາຍ​ຊຸດ..​ແລະ​ປະພັນ​ລະຄອນ​ຫລາຍ​ເລື່ອງ ສ່ວນ​ໃຫ່ຍເນື້ອໃນລະຄອນ​ແມ່ນ​ເວົ້າ​ເຖິງ​​ພາລະ​ກິດ​ຂອງ​ການ​ປະ​ຕີ​ວັດ​ໃນແຕ່ລະໄລຍະ; ອີກ​​ສ່ວນ​ໜຶ່ງແມ່ນ​ໄດ້​ນຳ​ເອົາ​ບົດ​ປະພັນຂອງນັກປະພັນ ທັງພາຍໃນ ແລະ ຕ່າງປະເທດ ມາແປງເປັນບົດລະຄອນວິທະຍຸ ເຊິ່ງໄດ້ເຮັດໃຫ້​ມິດ​ລາຍການ​ນິຍົມ​ຊົມ​ຊອບ​ທີ່​ສຸດ​ໃນ​ເວລາ​ນັ້ນ. ​ປີ1989 ມີ​ການ​ປັບປຸງ​ການຈັດ​ຕັ້ງ​ພາຍ​ໃນ ​ເທບ​ທາລາ ​ໄດ້​ອອກ​ໄປ​ເຮັດ​ທຸລະ​ກິດ​ສ່ວນ​ຕົວຢູ່​ແຂວງ​ຄຳ​ມ່ວນ.
 ມາເຖິງປັດຈຸບັນ ຍັງມີຄົນຖາມໄຖ່ເຖິງຄົນທີ່ມີຊື່ ແລະ ນາມປາກກາວ່າ: " ເທບທາລາ " ຢູ່ໃສ, ຍັງມີຊີວິດຢູ່ຫລືບໍ່ ທາງທີມງານລະຄອນສຽງແຄນລາວ ພວກເຮົາຍັງບໍ່ສາມາຕອບໄດ້ ເພາະ ນັບແຕ່ມື້ຜູ້ກ່ຽວ ຂໍລາອອກຈາກການໄປ​ເຮັດ​ທຸລະ​ກິດ​ສ່ວນ​ຕົວຢູ່​ແຂວງ​ຄຳ​ມ່ວນ ແຕ່ປີ 1989 ພວກເຮົາກໍບໍ່ໄດ້ຮັບຂ່າວຈາກຜູ້ກ່ຽວເລີຍ....ແລະ ລຸ່ມນີ້ ແມ່ນຜົນງານພຽງສ່ວນໜຶ່ງ ທີ່ຄະນະລະຄອນສຽງແຄນລາວເກັບກຳໄດ້ ແຕ່ບົດຂຽນນັ້ນແມ່ນບໍ່ຮູ້ວ່າຢູ່ໃສ ຫລື ຖືກທຳລາຍໄປແລ້ວ ສ່ວນບົດທີ່ສະແດງອອກອາກາດທີ່ອັດສຽງໄວ້ ແມ່ນຍັງຄົງຮັກສາໄວ້ທີ່ສາງເທັບຈຳນວນໜຶ່ງ....
ໃຜມີຂໍ້ມູນ ກະລຸນາປະກອບຕື່ມເດີ້....
ຂອບໃຈທີ່ຕິດຕາມ

Mar 3, 2014

ນັກປະພັນລະຄອນວິທະຍຸທີ່ມີຊື່ສຽງຄົນໜຶ່ງທີ່ຫາຍໄປ....

ນີ້ເປັນພຽງຂໍ້ມູນເທົ່າທີ່ລາຍການສົ່ງເສີມສິນລະປິນໄດ້ຮູ້ຈັກ
ເຊື່ອວ່າຍັງມີອີກຫລາຍຢ່າງທີ່ເຮົາຍັງບໍ່ທັນຮູ້ຈັກ, ທ່ານຜູ້ອ່ານຊ່ວຍເພີ່ມໃຫ້ແດ່...
ສໍສີ​ ມຸກ​ສະຫັວນ​ ມີຊື່ແທ້ວ່າ: ສະຫວັດ ມຸກ​ສະຫັວນ ເກີດລະຫວ່າງປີ 1930 ​ເປັນ​ຄົນ​ທີ່​ກຳ​ເນີ​ດ​ໃນ​ຊົນ​ຊັ້ນ​ປານ​ກາງ ແລະ ເປັນ​ຄົນ​ພື້ນຖານ​ວຽງ​ຈັນ, ບ້ານ​ເກີດ​ເມືອງ​ນອນ​ແມ່ນ​ຢູ່ ​ບ້ານ​ຂົວ​ຫລວງ​ເໜືອ,​ເມືອງ​ຈັນທະ​ບູລີ,ນະຄອນຫລວງ​ວຽງ​ຈັນ.​ ​

ໃນ​ປີ1967 ໄດ້ສ້າງ​ຄອບຄົວ​ກັບ​ນາງ​ຕາ​ດຳ​ ມີ​ລູກ​ນຳ​ກັນ 5 ຄົນ ຫລັງຈາກນັ້ນກໍເລີກ ລາກັນໄປຍ້ອນເມຍ, ລູກ ຍົກຍ້າຍໄປດຳລົງຊີວິດຢູ່ຕ່າງປະເທດ ເຊິ່ງສໍສີ ມຸກສະຫວັນ ບໍ່ຍອມໄປ ເພາະຈະເດີນຕາມເສັ້ນທາງອຸດົມການຂອງຕົນຢູ່ໃນປະເທດເກີດ, ຈາກນັ້ນລາວກໍໄດ້ມາແຕ່ງ ງານຕື່ມອີກເປັນເມຍ​ຄົນທີ່​ສອງ​ ​ ຊື່ນາງ ​ບຸນ​ສົມ​ ຢູ່​ບ້ານ​ທົ່ງ​ຂັນ​ຄຳ​ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ມີ​ລູກ​ນຳ​ກັນ 2 ຄົນ ແລະ ຢູ່ກັບເມຍຄົນນີ້ຈົນຮອດມື້ສຸດທ້າຍ ຂອງຊີວິດ
.

ທ່ານ​ສໍສີ ​ມຸກ​ສະຫັວນ(ສະຫັວດ ມຸກ​ສະຫັວນ) ຮຽນ​ຈົບ​ຈາກ​ຕ່າງປະ​ເທດສາຍ​ກົດໝາຍ​ລະ​ຫ່ວາງ​ຊາດ​ ແລະ ​ສາຍ​ນັກ​ປະພັນ​ ຈາກ​ປະເທດອັງ​ກິດ. ໃນປີ1955 ​ໄດ້ເຂົ້າເຮັດວຽກຢູ່ສານປະຊາຊົນ ເຮັດໜ້າທີ່ເປັນທະນາຍຄວາມ ເຊິ່ງເພິ່ນ ​ເຄີຍ​ເຮັດ​ວຽກ​ຢູ່​ສານ​ເມືອງ,​ ສານແຂວງ ສານນະຄອນ ຫລວງ ແລະ ເຄີຍ​ຕັດ​ສິນ​ຄະດີຕ່າງໆ​ໃນ​ສານ​ອຸທອນ ຫລາຍ​ຄັ້ງ.​

ທ່ານ​ສໍສີ ​ມຸກ​ສະຫັວນ ເລີ່ມ​ເປັນ​ນັກ​ປະພັນ​​ເພງ​ ແລະ ​ປະພັນ​ລະຄອນ​ມາ​ຕັ້ງ​ແຕ່​ປີ 1968, ​ເຄີຍ​​ເປັນ​ນັກ​ຂ່າວ​ຢູ່​ໜັງສືພິ​ມວຽງ​ຈັນ​ໂພດ​ສ໌ ແລະ ​ເປັນ​ຜູ້​ກໍ່​ຕັ້ງ​ຄະນະ​ລະຄອນ​ວຽງ​ບັນ​ເທີ​ງສິນປ໌ ແລະ ໄດ້ເຂົ້າ​ເຮັດ​ວຽກ​ເປັນ​ສັນຍາ​ຈ້າງ​ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດລາວ ​ໃນ​ປີ 1985 ມີ​ຜົນງານ​ການ​ປະ​ພັນ​ລະຄອນ​ທັງ​ໝົດ​ປະມານ 50 ກ່ວາ​ເລື່ອງ.​ໃນ​ນີ້​ສ້າງ​ເປັນ​ຟີມວີ​ດີ​ໂອ 01​ເລື່ອງ….ບົດປະພັນລະຄອນ ທີ່ໄດ້ຮັບຄວາມນິຍົມປະເພດເລື່ອງຍາວກໍມີ: ເລື່ອງລູກ(໑໙໘໙-ຄວາມຂັດແຍ່ງໃນຄອບຄົວ),ເມື່ອສິ້ນຄວັນໝອກ(໑໙໙໐-ການນຳພາ ຂອງພັກ ກຳລັງກະຈາຍຢູ່ຕອນນີ້), ຊໍເພື່ອນໃຈ (໑໙໙໐-ດັງຫລາຍ ສະແດງ ແລະ ກະຈາຍ ຫລາຍຮອບ), ນາທີຊີວິດ(໑໙໙໑)ຜູ້ພິທັກສັນຕິລາດ (໑໙໙໗-ໃຫ້ກຳລັງໃຈຕຳຫລວດ), ກົງຂັງໃຈ(໑໙໙໒-ຍາວ ໑໐໐ ຕອນ), ໄມເບຣ(໑໙໙໙-ຄັດຈາກບົດ ປະພັນຂອງທ່ານ ດວງໄຊ ຫລວງພະສີ ມາເປັນບົດລະຄອນ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນ ລາວ ຄົບຮອບ ໕໐ ປີ) ແລະ ຖືວ່າເປັນລະຄອນສຸດທ້າຍຂອງເພິ່ນທີ່ຄະນະລະຄອນ ສຽງແຄນ ລາວໄດ້ສະແດງ ເພື່ອອອກອາກາດໃຫ້ທັນກ່ອນວັນທີ ໒໐ ມັງກອນ ໒໐໐໐. 
ໜ້າທຳອິດຂອງຕອນທີ ໑໐໐ ຕອນອະວະສານຂອງເລື່ອງ“ກົງຂັງໃຈ” ແລະ ຄໍາແນະນຳບາງຢ່າງ
ສໍສີ ​ມຸກ​ສະຫັວນ ​ມີ​ພອນ​ສະຫັວນຫລາຍໆ​ດ້ານ​ໄປ​ພ້ອມໆ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ເລື້ອງ​ການ​ຂຽນ​ບົດ​ປະ​ເພດ​ຕ່າງໆ​ໃຊ້​ເວລາ​ບໍ່​ຮອດ​ຊົ່ວ​ໂມງ​ກໍ່​ສຳ​ເລັດ​ແລ້ວ ແລະ ບົດປະພັນຂອງເພິ່ນ ຈະມີຄວາມນິ້ມນວນຫລາຍກ່ວາການໃຊ້ຄວາມຮຸນແຮງ, ນອກນີ້ຍັງ ​ເປັນ​ຄົນ​ມັກ​ຊຸມ​ແຊວມ່ວນ​ຊື່ນລື່​ນ​ເລີງ, ມີໝູ່ຄູ່​ພັກ​ພວກ​ຫລາຍ​ຄົນ​ຢູ່​ໃນວົງ​ການ​ຕ່າງໆ.​ … ທ່ານເປັນຄົນ ທີ່ມີອຸດົມການເປັນຂອງຕົນເອງ, ຮັກຄວາມເປັນທຳ, ຮັກປະເທດຊາດສູງສົ່ງ ແລະ ເວົ້າໄດ້ວ່າ ທ່ານເປັນນັກປະພັນລະຄອນປະເພດເລື່ອງຍາວຫລາຍຫ່ວານັກປະພັນລະຄອນຄົນອື່ນໆ ເຊິ່ງບົດລະຄອນບາງເລື່ອງຍາວເຖງ ໑໐໐ ຕອນ ທີ່ຂຽນລົງໜ້າເຈ້ຍເຟືອງປະມານ ໑,໒໐໐ ໜ້າ ຫລື ມີຄວາມຍາວເຖິງ ໕໐ ຊົ່ວໂມງໃນການອອກລາຍການລະຄອນວິທະຍຸ ຈົນເຮັດ ໃຫ້ຄົນຟັງລືມຫລັງ ເພາະກະຈາຍອອກອາກາດເວລານັ້ນໄດ້ດົນເຖິງ ໒໐ ອາທິດ ຫລື ປະມານ ໕ ເດືອນ…
 
ນີ້ເປັນພຽງສ່ວນໜ້ອຍນຶ່ງທີ່ລາຍການສົ່ງເສີມສິນລະປິນ ໄດ້ນໍາມາ ສະເໜີໃຫ້ທ່ານໄດ້ຮູ້ຈັກກັບປະຫວັດ ແລະ ຜົນງານຂອງນັກປະພັນລະຄອນວິທະຍຸຜູ້ໃສ່ ນາມປາກກາວ່າ: ສໍສີ ມຸກສະຫວັນ ຫລື ສະຫວັດ ມຸກສະຫວັນ”…
ສໍສີ ມຸກສະຫວັນ ເສຍຊີວິດເມື່ອປີ 1997 ດ້ວຍເຫດການກະທັນຫັນ ລວມອາຍຸ​ໄດ້70 ປີ 
ມີຄົນສົງໃສວ່າມື້ເພິ່ນຈະເສຍຊີວິດ ເພິ່ນເມົາ ເພາະນິດໄສເພິ່ນເປັນຄົນມັກດື່ມ, ເມົາແລ້ວກໍຂຽນບົດລະຄອນ ແລະ ບົດປະເພດອື່ນໆ ເພື່ອຂາຍເອົາເງິນ. ຜ່ານມາຫລັງຈາກເມົາແລ້ວເພິ່ນຈະນັ່ງເທີ້ງຝາເຮືອນທີ່ເຮັດດ້ວຍຟາກໄມ້ເຮ້ຍເກົ່າໆ ແລະ ເຈ້ຍແກັດ ເພາະເຮືອນເພິ່ນເປັນຕູບໃນຊຸມຊົນທີ່ໜາແໜ້ນ ເຊິ່ງຍົກພື້ນສູງພຽງຫົວເຂົ່າ ພໍຫວິດນ້ຳຄຳ ທີ່ຊຶມຕລອດປີ ທີ່ບ້ານທົ່ງຂັນຄຳ ເຂດຮ່ອງນ້ຳ ບໍລິເວນຕະລາດວັງທອງປັດຈຸບັນ ດ້ວຍການຕົກລົງແຊ່ນ້ຳເສຍຊີວິດ(ລົງທັງຝາເຮືອນສ່ວນໜຶ່ງ) ໂດຍທີ່ຄົນໃນຄອບຄົວບໍ່ມີໃຜຮູ້ ຈົນຮອດຕອນເຊົ້າຂອງມື້ໃໝ່.... 
(ໃຜມີຂໍ້ມູນກ່ຽວກັບ ສໍສີ ມຸກສະຫວັນ ຊ່ວຍເພີ່ມໃຫ້ແດ່)
(ຂອບໃຈ)

Feb 19, 2014

ຄູ່ແຂ່ງ ກັບການປ່ຽນແປງຄັ້ງຍິ່ງໃຫຍ່....

“ຄູ່ແຂ່ງ ກັບການປ່ຽນແປງຄັ້ງຍິ່ງໃຫຍ່”
ໃນໄລຍະທີ່ ຄະນະລະຄອນສຽງແຄນລາວ ໄດ້ຮັບຄວາມນິຍົມສູງໃນກຸ່ມຜູ້ຟັງນັ້ນ ມັນພັດເປັນໄລຍະທີ່ສະພາບຂອງ ເສດຖະກິດ​-ສັງຄົມ ໄດ້ມີການປ່ຽນແປງຄັ້ງ ໃຫຍ່ຫລວງໃນ ສປປ ລາວ ໂດຍສະເພາະການກ້າວສູ່ການປະຕິບັດຕາມທິດສະດີ “ການປ່ຽນແປງໃໝ່” ຂອງພັກ ອັນເປັນສາເຫດເຮັດໃຫ້ບົດບາດຂອງການ​ຕະຫລາດ​ເຂົ້າມາ​ແຊກແຊງການຜລິດລະຄອນວິທະຍຸນັບມື້ນັບຫລາຍຂຶ້ນ.
ລະຫວ່າງ ປີ 1987-1988 ກໍໄດ້ເກີດມີຄະນະລະຄອນໜຶ່ງເກີດຂຶ້ນອີກເອີ້ນວ່າ: “ຄະນະລະຄອນວັງສຽງທອງ”ເຊິ່ງໄດ້ກາຍເປັນຄູ່ແຂ່ງ ທີ່ຍາດແຍ່ງນັກສະແດງ ກັນບໍ່ທຳມະດາປານໃດ ເພາະຄະນະນີ້ແມ່ນນັກສະແດງໄດ້ກິນເງິນຄ່າການ ສະແດງ, ສ່ວນຄະນະລະຄອນ“ສຽງແຄນລາວ” ນັກສະແດງໄດ້ກິນເງິນ ເດືອນນຳລັດ.


​“ຄະນະລະຄອນ​ວັງ​ສຽງ​ທອງ”​ ​ບໍລິຫານງານ​ໂດຍ​: ອາຈານ ​ບັບ​ໂບ້ ຫື​ລ ບົວ​ລາ​ພັນທະ​ວົງ ເຊິ່ງເປັນທັງຜູ້ກຳກັບ ແລະ ນັກສະແດງ ແລະ ໄດ້ກະຈາຍລະຄອນ​ວິທະຍຸເລື່ອງຍາວອ​ອກອາກາດ​​ ເລື້ອງ​ທຳ​ອີດ​ທີ່​ມີ​ຊື່ວ່າ: “ພັນທະ​ຫົວ​ໃຈ” ເຊິ່ງປະພັນໂດຍ: ເພັດນ້ອຍ ຣັດຕິກອນ ເປັນລະຄອນທີ່ຕິດພັນກັບຄວາມຮັກ. 
ສ່ວນ​ “ຄະນະ​ລະຄອນ​ສຽງ​ແຄນ​ລາວ​” ກໍໄດ້ກະຈາຍ​ເລື້ອງ:​ “ເມື່ອ​ສີ້​ນຄັວນໝອກ​” ຂຽນ​ ແລະ ​ກຳກັບ​ໂດຍ: ​ສໍ ສີ​ມຸກ​ສະຫັວນ ເຊິ່ງເປັນລະຄອນ ທີ່ສ່ອງແສງເຖິງ ຄວາມຮັກ, ການສ້າງສາພັດທະນາພາຍໃຕ້ການນຳພາຂອງພັກ.
 ໄລຍະນັ້ນການຜລິດລະຄອນ ຂອງຄະນະລະຄອນສຽງແຄນລາວແມ່ນ ອອກອາກາດໃນເວລາ 13:30-14:00 ໂມງ ເຊິ່ງລະຄອນທີ່ກະຈາຍໃນໄລຍະນີ້ ແມ່ນໄດ້ຫັນໄປສູ່ການໂຄສະນາສິນຄ້າເພື່ອສ້າງລາຍຮັບເພີ່ມໃຫ້ທີມງານນຳ.
ນັບແຕ່ 1989 ເປັນຕົ້ນມາ ຄະນະລະຄອນສຽງ​ແຄນ​ລາວມີລັກສະນະຊົງຕົວ ເພາະຜູ້​ຂຽນ​ລະຄອນ​ບໍ່​ຫລາຍ​ຍ້ອນສ່ວນ​ໜຶ່ງ​ໄປ​ຍົກ​ລະດັບດ້ວຍການຮຽນ​ຕໍ່ໄລ ຍະຍາວ, ອີກສ່ວນ​ໜຶ່ງໄດ້ອອກ​ໄປ​ສ້າງ​ເສດຖະກິດ​ຄອບຄົວຕາມນະໂຍບາຍ ຂອງພັກ ເຊັ່ນ: ບຸນລ້ຽງ ຈັນທະວົງ, ປິ່ນອານົງ ຂຸນເພັດ ແລະ ເກດສະໜາ ຂັນທະວົງສາ, ສ່ວນ ຄຳຜ່ອນ ໄຊອຸດົມ ແມ່ນໄດ້ໄປຮຽນໄລຍະຍາວ.
ເຖິງແນວໃດກໍຕາມ​ຄະນະ​ລະຄອນ​ສຽງ​ແຄນ​ລາວ ​ກໍ່​ຍັງ​ໄດ້ພະຍາຍາມ​​ສືບ​ຕໍ່​ສ້າງ​ຄວາມ​ບັນ​ເທີ​ງ​ໃຫ້​ຄົນ​ຟັງ​ຕະຫລອດ​ມາ​ໂດຍ​ມີ​ພະນັກງານ​ພາຍ​ໃນ​ພະ​ແນ​ກ​ເປັນ​ຜູ້​ຂຽນ ​ແລະ​ ເປັນ​ຜູ້​ກຳກັບ​ການສະ​ແດງ​ເອງ ເຊິ່ງໄລະຍນັ້ນ​ຍັງມີ​ນັກສະ​ແດງ​ຕົ້ນຕໍ ຢູ່ຫລາຍຄົນເຕີບຄື: ທ.ອຸດອນ ວົງໄຊ, ທ.ວິໄລ​ພອນ ວົງ​ພະຈັນ, ນ. ​ພົງພັນ ຂຸນ​ສັກ, ທ.ອຸ່ນຫລ້າ ຣາຊາຈັກ, ນ.ໄກສອນ ວີ​ໄຊ​ຍະ​ລາດ ແລະ ນ. ຈັນທອນ ​ແກ້ວມະນີ​ໂຄດ.
ເຖິງວ່າ ໄລຍະນີ້ ຈະມີຄວາມຂາດແຄນນັກປະພັນ ແລະ ນັກສະແດງກໍຕາມ ຄະນະລະຄອນສຽງແຄນລາວ ຍັງສືບຕໍ່ຜລິດລະຄອນອອກອາກາດຢູ່ ແລະ ໄດ້ປ່ຽນເວລາອອກອາກາດມາເປັນ 17:00-17:00 ໂມງ.
(ຂອບໃຈທີ່ອ່ານ-ຍັງມີຕໍ່)

Feb 10, 2014

ຄວາມຮັກກັບເກີບທີ່ບໍ່ພໍດີ

ມີເວລາຈັກໜ້ອຍໜຶ່ງ ລອງອ່ານບົດເລື່ອງນີ້
...ສຳລັບໜຸ່ມໆ ສາວໆທີ່ຕ້ອງການມີຄົນຮັກ... 
ມື້ໜຶ່ງ…ຂ້ອຍຄິດຢາກໄດ້ເກີບຄູ່ໃໝ່ມາປ່ຽນເກີບຜ້າທີ່ໃຊ້ມານານກ່ວາສອງປີ….ຂ້ອຍຕັດສິນໃຈໄປຮ້ານຂາຍເກີບທີ່ທີ່ຕະ ຫລາດແຫ່ງໜຶ່ງເຊິ່ງມີຫລາກຫລາຍສີ ແລະ ຫລາຍຍີ່ຫໍ້ ຂ້ອຍເລືອກແລ້ວເລືອກອີກແຕ່ກໍບໍ່ມີເກີບຄູ່ໃດຖືກໃຈຂ້ອຍເລີຍ ໃນທີ່ສຸດຂ້ອຍຈຶ່ງ ຕັດສິນໃຈໄປຮ້ານຂາຍເກີບອີກຮ້ານໜຶ່ງທີ່ບໍ່ໄກຈາກ ຕະຫລາດນັ້ນພໍເທົ່າໃດ,ມັນເປັນຮ້ານຂາຍເກີບທີ່ໃຫຍ່ ແລະ ສ່ວນຫລາຍ ເກີບທີ່ຂາຍໃນຮ້ານນີ້ລາຄາອ່າວແພງ ເພາະມັນເປັນຮ້ານຂາຍເກີບທີ່ມີຍີ່ຫໍ້.. ພໍຂ້ອຍ ກ້າວຂາເຂົ້າໄປໃນຮ້ານເທົ່ານັ້ນລະ ສິ່ງທີ່ບາດຕາບາດໃຈກໍຄືເກີບສົ້ນສູງ ສີນ້ຳຕານຄູ່ນີ້... 
ໂດຍບໍ່ລໍຊ້າຂ້ອຍຟ້າວຈັບມັນມາເບິ່ງເຖິງວ່າປ້າຍລາຄາທີ່ຕິດໄວ້ນັ້ນອ່າວແພງ(ຖ້າທຽບໃສ່ເກີບທຸກຄູ່ທີ່ຂ້ອຍເຄີຍຊື້ຜ່ານມາ) ແຕ່ຂ້ອຍກໍບໍ່ລັງເລໃຈທີ່ຈະຈ່າຍ…ຂ້ອຍຖາມຜູ້ລາວຂາຍນັ້ນວ່າ “ ສີແບບນີ້ມີອີກບໍ່ເພາະຂ້ອຍວ່າຄູ່ນີ້ມັນຄົງຄັບ ໜ້ອຍໜຶ່ງ” ແຕ່ສາວທີ່ຂາຍລາວພັດບອກວ່າ “ລອງໃສ່ເບິ່ງກ່ອນກໍໄດ້…ຂ້ອຍວ່າມັນຄົງພໍດີເຈົ້າແລ້ວ ທຳອິດມັນອາດຄັບແດ່ເລັກນ້ອຍ ແຕ່ຕໍ່ໄປບາດ ມັນຢືດອອກຄົງພໍດີ…” ແຕ່ເຖິງແນວໃດຂ້ອຍກໍຍັງຖາມຫາຄູ່ໃໝ່ທີ່ໃຫຍ່ກ່ວາ ແຕ່ຄົນຂາຍ ກໍບອກວ່າ “ ເກີບໃນຮ້ານຂອງເຮົາຈະມີສີແລະຮູບແບບ(Style ຢ່າງລະຄູ່ເທົ່ານັ້ນເພາະພວກເຮົາສັ່ງເຮັດເປັນພິເສດ”…. 
ແລງມື້ນັ້ນ ຂ້ອຍກັບບ້ານດ້ວຍຮອຍຍິ້ມກັບເກີບຄູ່ໃໝ່ທີ່ຄົນຂາຍຢ້ຳແລ້ວ ຢ້ຳອີກວ່າ “ ມັນມີຄູ່ດຽວເທົ່ານັ້ນ ສັ່ງເຮັດ ພິເສດ…”ພໍຮອດເຮືອນຂ້ອຍ ກໍຈັດແຈງແປງບ່ອນເກັບມ້ຽນ ແຍງແລ້ວແຍງອີກສ່ວນທາງມືກໍຄ້ວາ ເອົາເກີບ(ຜ້າໃບ)ຄູ່ເກົ່ານັ້ນໂຍນ ຖິ້ມໃສກະຕ່າຂີ້ເຫຍື່ອທີ່ຢູ່ແຈຫ້ອງນອນ ໂດຍບໍ່ລັ່ງເລໃຈ… 
ເຊົ້າວັນໃໝ່….ຂ້ອຍໃສ່ເກີບຄູ່ໃໝ່…ຍ່າງໄປຫ້ອງການ(ບໍ່ໄກຈາກເຮືອນປານໃດ) ຢ່າງມີຄວາມສຸກ. ເພື່ອນໆໃນຫ້ອງເຮັດວຽກຕ່າງກໍຖາມວ່າຊື້ມາແຕ່ຮ້ານໃດ ? ງາມແທ້ຍັງມີອີກບໍ່…ມື້ນັ້ນໝົດມື້ປະກົດວ່າຂ້ອຍຍ່າງຫລາຍ, ໝັ້ນໃຈຕົນ ເອງ ແລະ ມີຄວາມສຸກທີ່ສຸດ…. ໂດຍສະເພາະຄຳຍ້ອງຍໍຈາກເພື່ອນຮ່ວມງານ… 

ແຕ່…ຕອນແລງຕອນຂ້ອຍຍ່າງກັບບ້ານມັນຊ່າງທໍລະມານຫລາຍຍ້ອນ ຄວາມ ເຈັບປວດບີແຄ່ງ ແລະ ນິ້ວຕີນ….ຕີນຂອງຂ້ອຍບວມໃຄ່ ແລະ ບາງບ່ອນກໍ ປະກົດເຫັນໜັງລອກມີເລືອດຊຶມອອກມາ ຂ້ອຍໄດ້ແຕ່ນັ່ງແຍງຕີນທີ່ລະບົມ ລະບອມຂອງຂ້ອຍ ກັບການຖອນໃຈໃຫຍ່ຫລາຍໆຄັ້ງຕໍ່ໆກັນ… 

ຂ້ອຍຄິດໄດ້ວ່າ ຫາກຊີວິດຄົນເປັນເໝືອນການເດີນທາງໄກ ຄວາມຮັກກໍຄົງບໍ່ຕ່າງກັບເກີບ ຄວາມຈິງແລ້ວຄົນເຮົາບໍ່ໄດ້ຕ້ອງການເກີບ ງາມໆ ທີ່ມີລາຄາແພງໆໄປກ່ວາເກີບທີ່ໃສ່ສະບາຍ…ຫລື ເຈົ້າຄິດວ່າຈັ່ງໃດ ? 
ເຖິງແນວໃດກໍຕາມສຳລັບຜູ້ຍິງເຮົາກໍຍັງຄິດບໍ່ເລີກບໍ່ແລ້ວກັບຄວາມສວຍຄວາມ ງາມເພາະເວລາອອກບ້ານຜູ້ຍິງ ສ່ວນໃຫຍ່ຈະບອກຕົນເອງສະເໝີວ່າ “ຕ້ອງສວຍ ຕ້ອງງາມໄວ້ກ່ອນ” ດ້ວຍເຫດນີ້ເອງມັນຈຶ່ງເປັນສິ່ງຈູງໃຈ ໃຫ້ຂ້ອຍຕ້ອງ ຈ່າຍເງິນຄ່າເກີບຄູ່ງາມໆນັ້ນດ້ວຍລາຄາແພງທັງໆທີ່ຮູ້ແກ່ໃຈວ່າ ມັນບໍ່ພໍດີກັບຕີນຂອງຕົນເອງເລີຍ…. 
ຖ້າວ່າເຮົາຕ້ອງເດີນທາງໄກ…ແມ່ນຈະມີເກີບທີ່ສວຍງາມ,ລາຄາແພງ,ມີຍີ່ຫໍ້ ມັນກໍຄົງເປົ່າປະໂຫຍດເມື່ອ ມັນເຮັດໃຫ້ເຮົາເຈັບ… .ໃນທີ່ສຸດເຮົາຄົງ ຈຳຕ້ອງປົດມັກຖິ້ມ….ຂ້ອຍຄິດໄດ້ອີກວ່າ: ເກີບທີ່ໃສ່ສະບາຍນັ້ນບໍ່ຈຳເປັນ ຕ້ອງສວຍງາມຈົນຄົນອື່ນຈ້ອງມອງຕາມ….. 

ເຮົາອາດມີຄວາມຝັນໄຝ່ທີ່ຈະມີຄົນຮັກທີ່ຫລໍ່ເຫລົາ ເກັ່ງ ສະຫງ່າຜ່າ ເຜີຍ… ເພື່ອຄວງແຂນໃຫ້ຄົນອື່ນອິດສາ…ແຕ່ ຄວາມຈິງແລ້ວເຮົາພຽງຕ້ອງການໃຫ້ເຂົາ ເປັນຄົນທີ່ຮັກເຮົາຊ່ວຍເຫລືອດູແລເຮົາ ແລະ ບໍ່ເຮັດໃຫ້ເຮົາເຈັບ… 
ຂ້ອຍວ່າ….ການໃສ່ເກີບທີ່ສະບາຍໆໃນເວລາຍ່າງກໍບໍ່ເຮັດໃຫ້ຕີນເຈັບ ມັນອາດເຮັດໃຫ້ເຮົາມີຄວາມສຸກ ແລະ ຈະພາເຮົາໄປເຖິງຈຸດໝາຍໄດ້ໂດຍທີ່ ເຮົາບໍ່ຕ້ອງເຈັບ ແລະ ບໍ່ຄິດທີ່ຈະໂຍນມັນຖິ້ມກ່ອນເຮົາຈະເຖິງຈຸດໝາຍ ປາຍທາງ… 
ຂອບໃຈທີ່ອ່ານ 
ຫວັງວ່າທຸກຄົນຄົງຄົງມີຄວາມສຸກ ແລະ ສົມຫວັງດັ່ງໃຈຄິດ 
(ສະບາຍດີ)

Feb 4, 2014

ການກະຈາຍລາຍການລະຄອນສຽງແຄນລາວແຕ່ຕອນເລີ່ມຕົ້ນ...

ການ​​ກະຈາຍ​ລະຄອນ​ອອກ​ທາງຄື້ນວິທະຍຸກະຈາຍສຽງແຫ່ງຊາດລາວ ໄລຍະທຳອິດ​ນັ້ນ​ແມ່ນ​ເປັນ​ເວລາ:13:00-13:30ນ ​ແລະ​ 16:30-17:00 ໂມງ ​ ເຊິ່ງເປັນເວລາ​ທີ່​ທຸກ​ຄົນ​ກຳລັງ​ພັກຜ່ອນເປັນສ່ວນຫລາຍໃນຕອນບ່າຍ ແລະ ເຮັດ​ວຽກ​ເຮືອນ​ການ​ຊານ,​ເບິ່​ງ​ແຍງ​ດູ​ແລ​ລູກ​ເຕົ້າຄື​ລະຄອນ​ທີ່​ອອກ​ອາກາດເວລາ​ນັ້ນ​ມີ​ພຽງ 30ນາທີ​ ອອກອາກາດແຕ່ວັນຈັນຫາວັນສຸກ, ສ່ວນວັນເສົາ ແລະ ອາທິດນັ້ນແມ່ນຈັດເປັນລາຍການຕອບຈົດໝາຍເພື່ອນມິດລະຄອນສຽງແຄນລາວ ເຊິ່ງໄລຍະນັ້ນ ແຕ່ລະອາທິດ ຈົດໝາຍມິດລາຍການຈົນລົ້ນຕູ້ໄປສະນີ
ການຜລິດລະຄອນຕອນນັ້ນ ມີບັນຍາກາດີຫລາຍ ເພາະນັກປະພັນກໍຕັ້ງໃຈຂຽນ ບົດ, ນັກສະແດງກໍຕັ້ງໃຈຊ້ອມບົດລະຄອນ ເພາະນັກສະແດງສ່ວນຫລາຍ ຈະບໍ່ມີວຽກຫລາຍຢ່າງດັ່ງທຸກມື້ນີ້. ນັກສະແດງບາງຄົນ ຫລັງຈາກຊ້ອມບົດແລ້ວ ກໍໄປເອົາຈົດໝາຍຢູ່ໄປສະນີ(ຕລາດເຊົ້າ) ແລ້ວມາຈີກຊອງຈົດໝາຍ ເພື່ອຊອກ ຫາເນື້ອໃນທີ່ຄ້າຍຄືກັນ ມາກອງໄວ້ເປັນກຸ່ມໆ ຍ້ອນຈົດໝາຍຫລາຍ ບໍ່ສາມາດຕອບຈົດໝາຍ ດ້ວຍການອ່ານລະອຽດໄດ້ທຸກຄົນ ນອກຈາກຊື່ ແລະ ທີ່ຢູ່ເທົ່ານັ້ນ.
 ນັກສະ​ແດງ​​ລະຄອນສຽງແຄນລາວຊຸດທຳອິດປະກອບດ້ວຍ:

1) ທ່ານ ຫັວນຄໍາ ຂຸນ​ປະ​ເສີດ(ຕອນນັ້ນເປັນຫົວໜ້າໜ່ວຍງານວັນນະຄະດີ)
2) ທ່ານ ສະຫລອງ​ພົນ ກິ່ງ​ຈະ​ເລີ​ນ(ຕອນນັ້ນເປັນຮອງ ໜ່ວຍງານວັນນະຄະດີ)
3) ທ່ານ ອຸດອນ ວົງ​ໄຊ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
4) ​ນາງ​ ປິ່ນ​ອາ​ນົງ ​ຂຸນ​ເພັດ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
5) ນາງ​ ສົມ​ຈິດ ​ມະຫາ​ນົນ(ພ.ງ ໜ່ວຍງານວັນນະຄະດີ)
6) ນາງ​ ຄຳ​ມຽງ ຈັນທະ​ວົງ(ພ.ງ ໜ່ວຍງານວັນນະຄະດີ)
7) ນາງ​ ບຸນ​ລ້ຽງ ​ຈັນທະ​ວົງ(ພ.ງ ໜ່ວຍງານວັນນະຄະດີ)
8) ນາງ​ ເກດ​ສະໜາ ຂັນ​ທະ​ວົງສາ(ພ.ງ ໜ່ວຍງານວັນນະຄະດີ)
9) ​ທ່ານ ​ເທບ​ທາ​ລາ ​ເປັນ​ຜູ້​ປະພັນບົດລະຄອນແລະ ເປັນທັງນັກສະແດງນຳອີກ.

​1986 ​ຂະ​ບວນການ​ສິນລະປະ​ວັນນະຄະດີ​ຂອງບັນດາ​ກົມ​ກອງ,ຂະ​ແໜງ​ການ​​ໄດ້​ເກີດ​ຂຶ້ນ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ ມີ​ການ​ແຂ່ງຂັນ​ເສັງ​ເພງ, ບົດລະຄອນ, ບົດ​ຟ້ອນ, ດົນຕີຣຕາມ​ສະຖານທີ່​ຕ່າງໆ.. “ຄະນະລະຄອນ ສຽງແຄນລາວ” ກໍ​ໄດ້​ມີ​ການ​ປັບປຸງ​ເນື້ອ​ໃນ​ຂອງລະຄອນ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈີ​ງຂອງ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ. ໂດຍສະເພາະໃນ “ພາລະກິດປ່ຽນແປງໃໝ່ຂອງພັກ” ໄດ້​ມີ​ການ​ຜລິດລະຄອນຫລາຍເລື່ອງ ເພື່ອ​ປຸກລະດົມ​ໃຫ້​ບັນດາ​ຊັ້ນ​ຄົນ​ຕ່າງໆປະກອບສ່ວນ​ເຂົ້າ​ໃນພາລະກິດດັ່ງກ່າວ.​ ໃນ​ໄລຍະນີ້​ການ​ກະຈາຍ​ລະຄອນ​ວິທະຍຸ​ຍັງກະຈາຍ​ສອງ​ຄັ້ງຕໍ່ມື້​ຄື: ຕອນ​ບ່າຍ​ ​ເວລາ: 13:00 -13:30 ໂມງ ແລະ ​ຕອນ​ແລງ​ ເວລາ:16:00-17:00 ໂມງ ໃນວັນ ເສົາ ແລະ ວັນອາທິດ ຈະມີນັກສະແດງລະຄອນຜັດປ່ຽນກັນມາຈັດລາຍການ ແທນ ການເປີດລະຄອນ ເຊິ່ງໃຫ້ຊື່ລາຍການນີ້ວ່າ: ຕອບຈົດໝາຍເພື່ອນມິດ ລະຄອນ ສຽງແຄນລາວ”.​
ເນື່ອງຈາກເວລາອອກອາກາດຂອງລະຄອນເພີ່ມ ແລະ ເພື່ອເປັນການຕອບສະໜອງໄດ້ຕາມຄວາມຕ້ອງ ການ ຂອງຜູ້ຟັງລະຄອນວິທະຍຸ ທາງ​ກົມ​ວີ​ທະ​ຍຸ​ກະຈາຍສຽງ​ແຫ່ງ​ຊາດ​(ເວລານີ້ເອີ້ນເປັນ ວິທະຍຸກະຈາຍ ສຽງແຫ່ງຊາດລາວ) ຈຶ່ງ​ໄດ້​ເຮັດ​ສັນຍາ​ຈ້າງ​ກັບ​ນັກ​ຂຽນ​ຜູ້​ທີ່​ມີ​ຜົນງານ ​ແລະ ​ປະສົບການສູງດ້ານລະຄອນ ຄື: ທ່ານ ສໍ ສີ​ມຸກ​ສະຫັວນ ທີ່​ເປັນ​ນັກ​ຂຽນ​ມາກ່ອນ(ສະ​ໄໝ​ວຽງ​ຈັນເກົ່າ​)ມາ​ເປັນ​ຄົນ​ຂຽນບົດ​ລະຄອນ​ນໃຫ້​ຕື່ມ.

ນັບແຕ່ປີ 1985-86 ເປັນຕົ້ນມາທີມງານໄດ້ເພີ່ມຂຶ້ນອີກຫຼາຍນັ້ນກໍມີ:
- ທ.ຄຳ​ຜ່ອນ ​ໄຊ​ອຸດົມເປັນ​ຜູ້​ປະພັນບົດ ແລະ ຊ່ວຍຄວບຄຸມການຜລິດ
- ທ.ສໍ ສີມຸກສະຫວັນ ເປັນ​ຜູ້​ປະພັນບົດ ແລະ ເປັນທັງນັກສະແດງນຳອີກ
- ທ.ສັງຂານ ຈູມຄຳພັນ(ນັກສະແດງຈາກພະແນກຂ່າວ)
- ທ.ຈູມມາ ຈັນທະລັງສີ(ນັກສະແດງຈາກພະແນກຂ່າວ)
- ທ.ວິໄລ ໄຊຍະເວດ(ນັກສະແດງຈາກໂທລະພາບ)
- ທ. ຄຳ​ກອງ ກິດ​ຕິ​ຄຸນ
- ທ.​ບຸນ​ເລີດ​ ປັນຍາ
- ທ. ອຸ່ນ​ຫ້ລາ ຣາຊາ​ຈັກ
- ທ. ສີຈັນ ​ແພງ​ຄຳ​ຮັກ
(ເລື່ອງຍັງຍາວ ມື້ໜ້າຈະມາເລົ່າສູ່ຟັງຕື່ມອີກ)
ຂອບໃຈທີ່ຕິດຕາມ

ລະຄອນສຽງແຄນລາວ ພວກເຂົາຄືໃຜຫວາ...

ລະຄອນ​ສຽງ​ແຄນ​ລາວ​ ແມ່ນທີມງານໜຶ່ງທີ່ເອີ້ນຮຽກໃນລາຍການວິທະຍຸ ເປັນຄະນະລະຄອນສຽງແຄນລາວ. ມັນໄດ້ກຳ​ເນີ​ດ​ເກີດ​ຂຶ້ນ​ໃນ​ທ່າມກາງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຄົນຟັງລາຍການວິທະຍຸ ໃນ​ລະ​ຫ່ວາງ​ປີ 1985 ເຊິ່ງ​ໄລຍະ​ນັ້ນ​ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ກາຍເປັນສື່ສານປະເພດດຽວ ທີ່ເຂົ້າເຖິງປະຊາຊົນໄດ້ຢ່າງວ່ອງໄວ ແລະ ກ້ວາງຂວາງ ກວມພື້ນທີ່ຂອງປະເທດ ໄດ້ກ່ວາເຄິ່ງໜຶ່ງ(ສຳລັບຄື້ນກາງ AM 567 Khz) ແລະ ກວມພື້ນທີ່ໃນ ພາກພື້ນ ອາຊີ-ປາຊີຟິກເປັນສ່ວນຫລາຍ(ສຳລັບຄື້ນສັ້ນ SW 6130 Khz or 49 Metre) ນັກສະ​ແດງ​ລະຄອນເວລານັ້ນລ້ວນ​ແຕ່​ເປັນນັກ​ຈັດ​ລາຍການ​ ແລະ​ ຜູ້​ອ່ານ​ຂ່າວ ​ລວມແລ້ວມີ​ປະມານ​ 5-6 ຄົນ​ ເທົ່າ​ນັ້ນລະ.
ຄວາມຈິງກ່ອນ​ຈະ​ເອີ້ນວ່າ “ຄະນະ​ລະຄອນ​ສຽງ​ແຄນ​ລາວ​” ນັ້ນ​ ກ່ອນນີ້ ແມ່ນມີທີມງານຜລິດລະຄອນມາແລ້ວ ຄືໃນ​ຊຸມມປີ1980 ນັ້ນ​ໄດ້​ເອີ້ນວ່າ: “​ຄະນະ​ລະຄອນ​ວິ​ທະຍຸ​ກະຈາຍສຽງ​ແຫ່ງ​ຊາດ” ເລື່ອງ​ທີ່​ສະ​ແດງ​ສ່ວນ​ໃຫ່ຍ ໃນໄລຍະນີ້ ແມ່ນໄດ້​ສ່ອງ​ແສງ​ເຖິງ​​ຄວາມ​ຮັກຊາດ ​ແລະ​ ພາລະ​ກິດ​ການ​ຕໍ່ສູ້ປົດ​ປ່ອຍ​ຊາດ​ ໂດຍຍຶດໝັ້ນ​​ແນວທາງ​ການນຳ​ຂອງ​ພັກ​ ແລະ ​ລັດ ກ່ອນຈະມີ ການປ່ຽນຊື່ມາເປັນ “ຄະນະລະຄອນສຽງແຄນລາວ” ມາຈົນຮອດປັດຈຸບັນ .
ການຈັດ​ຕັ້ງຄະນະ​ລະຄອນ​ສຽງ​ແຄນ​ລາວ​ຂຶ້ນ​ມາ​ຈຸດປະສົງ​ກໍ່​ແມ່ນ​ ສ້າງ​ຄວາມ​ບັນ​ເທີ​ງ​ແກ່​ຜູ້​ຟັງທີ່​ເຮັດ​ວຽກ​ຢູ່​ຕາມ​ສະຖານ​ທີ່​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ລາວບັນດາ​ເຜົ່າ​ທີ່​ດຳລົງ​ຊີ​ວີ​ດຢູ່​ຫ່າງ​ໄກ​ສອກຫລີກ ທີ່ ມີອາຊີບ​ປູກຝັງ ​ລ້ຽງສັດ ​ແລະ​ ຊາວ​ຄ້າຂາຍ​ຈຳນວນ​ໜຶ່ງ. ນອກ​ນີ້​ກະ​ຍັງ​ມີ​ນັກຮຽນ​ນັກ​ສຶກສາ​ຕາມ​ສະ​ຖາ​ບັນ​ຕ່າງໆ​ທີ່​ນີຍົມ​ຊົມ​ຊອບ ແລະ ​ຕ້ອງການ​ຢາກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ການປະພັນ ແລະ ການສະແດງໃນຂະແໜງການ​ລະຄອນວິທະຍຸ. 
(ຫາກຢາກຮູ້ວ່າ ນັກສະແດງລະຄອນສຽງແຄນລາວໃນເບື້ອງຕົ້ນມີໃຜແດ່ ຢ່າລືມຄິດຕາມຕອນຕໍ່ໄປ)