Mar 3, 2014

ນັກປະພັນລະຄອນວິທະຍຸທີ່ມີຊື່ສຽງຄົນໜຶ່ງທີ່ຫາຍໄປ....

ນີ້ເປັນພຽງຂໍ້ມູນເທົ່າທີ່ລາຍການສົ່ງເສີມສິນລະປິນໄດ້ຮູ້ຈັກ
ເຊື່ອວ່າຍັງມີອີກຫລາຍຢ່າງທີ່ເຮົາຍັງບໍ່ທັນຮູ້ຈັກ, ທ່ານຜູ້ອ່ານຊ່ວຍເພີ່ມໃຫ້ແດ່...
ສໍສີ​ ມຸກ​ສະຫັວນ​ ມີຊື່ແທ້ວ່າ: ສະຫວັດ ມຸກ​ສະຫັວນ ເກີດລະຫວ່າງປີ 1930 ​ເປັນ​ຄົນ​ທີ່​ກຳ​ເນີ​ດ​ໃນ​ຊົນ​ຊັ້ນ​ປານ​ກາງ ແລະ ເປັນ​ຄົນ​ພື້ນຖານ​ວຽງ​ຈັນ, ບ້ານ​ເກີດ​ເມືອງ​ນອນ​ແມ່ນ​ຢູ່ ​ບ້ານ​ຂົວ​ຫລວງ​ເໜືອ,​ເມືອງ​ຈັນທະ​ບູລີ,ນະຄອນຫລວງ​ວຽງ​ຈັນ.​ ​

ໃນ​ປີ1967 ໄດ້ສ້າງ​ຄອບຄົວ​ກັບ​ນາງ​ຕາ​ດຳ​ ມີ​ລູກ​ນຳ​ກັນ 5 ຄົນ ຫລັງຈາກນັ້ນກໍເລີກ ລາກັນໄປຍ້ອນເມຍ, ລູກ ຍົກຍ້າຍໄປດຳລົງຊີວິດຢູ່ຕ່າງປະເທດ ເຊິ່ງສໍສີ ມຸກສະຫວັນ ບໍ່ຍອມໄປ ເພາະຈະເດີນຕາມເສັ້ນທາງອຸດົມການຂອງຕົນຢູ່ໃນປະເທດເກີດ, ຈາກນັ້ນລາວກໍໄດ້ມາແຕ່ງ ງານຕື່ມອີກເປັນເມຍ​ຄົນທີ່​ສອງ​ ​ ຊື່ນາງ ​ບຸນ​ສົມ​ ຢູ່​ບ້ານ​ທົ່ງ​ຂັນ​ຄຳ​ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ມີ​ລູກ​ນຳ​ກັນ 2 ຄົນ ແລະ ຢູ່ກັບເມຍຄົນນີ້ຈົນຮອດມື້ສຸດທ້າຍ ຂອງຊີວິດ
.

ທ່ານ​ສໍສີ ​ມຸກ​ສະຫັວນ(ສະຫັວດ ມຸກ​ສະຫັວນ) ຮຽນ​ຈົບ​ຈາກ​ຕ່າງປະ​ເທດສາຍ​ກົດໝາຍ​ລະ​ຫ່ວາງ​ຊາດ​ ແລະ ​ສາຍ​ນັກ​ປະພັນ​ ຈາກ​ປະເທດອັງ​ກິດ. ໃນປີ1955 ​ໄດ້ເຂົ້າເຮັດວຽກຢູ່ສານປະຊາຊົນ ເຮັດໜ້າທີ່ເປັນທະນາຍຄວາມ ເຊິ່ງເພິ່ນ ​ເຄີຍ​ເຮັດ​ວຽກ​ຢູ່​ສານ​ເມືອງ,​ ສານແຂວງ ສານນະຄອນ ຫລວງ ແລະ ເຄີຍ​ຕັດ​ສິນ​ຄະດີຕ່າງໆ​ໃນ​ສານ​ອຸທອນ ຫລາຍ​ຄັ້ງ.​

ທ່ານ​ສໍສີ ​ມຸກ​ສະຫັວນ ເລີ່ມ​ເປັນ​ນັກ​ປະພັນ​​ເພງ​ ແລະ ​ປະພັນ​ລະຄອນ​ມາ​ຕັ້ງ​ແຕ່​ປີ 1968, ​ເຄີຍ​​ເປັນ​ນັກ​ຂ່າວ​ຢູ່​ໜັງສືພິ​ມວຽງ​ຈັນ​ໂພດ​ສ໌ ແລະ ​ເປັນ​ຜູ້​ກໍ່​ຕັ້ງ​ຄະນະ​ລະຄອນ​ວຽງ​ບັນ​ເທີ​ງສິນປ໌ ແລະ ໄດ້ເຂົ້າ​ເຮັດ​ວຽກ​ເປັນ​ສັນຍາ​ຈ້າງ​ຢູ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດລາວ ​ໃນ​ປີ 1985 ມີ​ຜົນງານ​ການ​ປະ​ພັນ​ລະຄອນ​ທັງ​ໝົດ​ປະມານ 50 ກ່ວາ​ເລື່ອງ.​ໃນ​ນີ້​ສ້າງ​ເປັນ​ຟີມວີ​ດີ​ໂອ 01​ເລື່ອງ….ບົດປະພັນລະຄອນ ທີ່ໄດ້ຮັບຄວາມນິຍົມປະເພດເລື່ອງຍາວກໍມີ: ເລື່ອງລູກ(໑໙໘໙-ຄວາມຂັດແຍ່ງໃນຄອບຄົວ),ເມື່ອສິ້ນຄວັນໝອກ(໑໙໙໐-ການນຳພາ ຂອງພັກ ກຳລັງກະຈາຍຢູ່ຕອນນີ້), ຊໍເພື່ອນໃຈ (໑໙໙໐-ດັງຫລາຍ ສະແດງ ແລະ ກະຈາຍ ຫລາຍຮອບ), ນາທີຊີວິດ(໑໙໙໑)ຜູ້ພິທັກສັນຕິລາດ (໑໙໙໗-ໃຫ້ກຳລັງໃຈຕຳຫລວດ), ກົງຂັງໃຈ(໑໙໙໒-ຍາວ ໑໐໐ ຕອນ), ໄມເບຣ(໑໙໙໙-ຄັດຈາກບົດ ປະພັນຂອງທ່ານ ດວງໄຊ ຫລວງພະສີ ມາເປັນບົດລະຄອນ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນ ລາວ ຄົບຮອບ ໕໐ ປີ) ແລະ ຖືວ່າເປັນລະຄອນສຸດທ້າຍຂອງເພິ່ນທີ່ຄະນະລະຄອນ ສຽງແຄນ ລາວໄດ້ສະແດງ ເພື່ອອອກອາກາດໃຫ້ທັນກ່ອນວັນທີ ໒໐ ມັງກອນ ໒໐໐໐. 
ໜ້າທຳອິດຂອງຕອນທີ ໑໐໐ ຕອນອະວະສານຂອງເລື່ອງ“ກົງຂັງໃຈ” ແລະ ຄໍາແນະນຳບາງຢ່າງ
ສໍສີ ​ມຸກ​ສະຫັວນ ​ມີ​ພອນ​ສະຫັວນຫລາຍໆ​ດ້ານ​ໄປ​ພ້ອມໆ​ກັນ ​ໂດຍ​ສະ​ເພາະ​ແມ່ນ​ເລື້ອງ​ການ​ຂຽນ​ບົດ​ປະ​ເພດ​ຕ່າງໆ​ໃຊ້​ເວລາ​ບໍ່​ຮອດ​ຊົ່ວ​ໂມງ​ກໍ່​ສຳ​ເລັດ​ແລ້ວ ແລະ ບົດປະພັນຂອງເພິ່ນ ຈະມີຄວາມນິ້ມນວນຫລາຍກ່ວາການໃຊ້ຄວາມຮຸນແຮງ, ນອກນີ້ຍັງ ​ເປັນ​ຄົນ​ມັກ​ຊຸມ​ແຊວມ່ວນ​ຊື່ນລື່​ນ​ເລີງ, ມີໝູ່ຄູ່​ພັກ​ພວກ​ຫລາຍ​ຄົນ​ຢູ່​ໃນວົງ​ການ​ຕ່າງໆ.​ … ທ່ານເປັນຄົນ ທີ່ມີອຸດົມການເປັນຂອງຕົນເອງ, ຮັກຄວາມເປັນທຳ, ຮັກປະເທດຊາດສູງສົ່ງ ແລະ ເວົ້າໄດ້ວ່າ ທ່ານເປັນນັກປະພັນລະຄອນປະເພດເລື່ອງຍາວຫລາຍຫ່ວານັກປະພັນລະຄອນຄົນອື່ນໆ ເຊິ່ງບົດລະຄອນບາງເລື່ອງຍາວເຖງ ໑໐໐ ຕອນ ທີ່ຂຽນລົງໜ້າເຈ້ຍເຟືອງປະມານ ໑,໒໐໐ ໜ້າ ຫລື ມີຄວາມຍາວເຖິງ ໕໐ ຊົ່ວໂມງໃນການອອກລາຍການລະຄອນວິທະຍຸ ຈົນເຮັດ ໃຫ້ຄົນຟັງລືມຫລັງ ເພາະກະຈາຍອອກອາກາດເວລານັ້ນໄດ້ດົນເຖິງ ໒໐ ອາທິດ ຫລື ປະມານ ໕ ເດືອນ…
 
ນີ້ເປັນພຽງສ່ວນໜ້ອຍນຶ່ງທີ່ລາຍການສົ່ງເສີມສິນລະປິນ ໄດ້ນໍາມາ ສະເໜີໃຫ້ທ່ານໄດ້ຮູ້ຈັກກັບປະຫວັດ ແລະ ຜົນງານຂອງນັກປະພັນລະຄອນວິທະຍຸຜູ້ໃສ່ ນາມປາກກາວ່າ: ສໍສີ ມຸກສະຫວັນ ຫລື ສະຫວັດ ມຸກສະຫວັນ”…
ສໍສີ ມຸກສະຫວັນ ເສຍຊີວິດເມື່ອປີ 1997 ດ້ວຍເຫດການກະທັນຫັນ ລວມອາຍຸ​ໄດ້70 ປີ 
ມີຄົນສົງໃສວ່າມື້ເພິ່ນຈະເສຍຊີວິດ ເພິ່ນເມົາ ເພາະນິດໄສເພິ່ນເປັນຄົນມັກດື່ມ, ເມົາແລ້ວກໍຂຽນບົດລະຄອນ ແລະ ບົດປະເພດອື່ນໆ ເພື່ອຂາຍເອົາເງິນ. ຜ່ານມາຫລັງຈາກເມົາແລ້ວເພິ່ນຈະນັ່ງເທີ້ງຝາເຮືອນທີ່ເຮັດດ້ວຍຟາກໄມ້ເຮ້ຍເກົ່າໆ ແລະ ເຈ້ຍແກັດ ເພາະເຮືອນເພິ່ນເປັນຕູບໃນຊຸມຊົນທີ່ໜາແໜ້ນ ເຊິ່ງຍົກພື້ນສູງພຽງຫົວເຂົ່າ ພໍຫວິດນ້ຳຄຳ ທີ່ຊຶມຕລອດປີ ທີ່ບ້ານທົ່ງຂັນຄຳ ເຂດຮ່ອງນ້ຳ ບໍລິເວນຕະລາດວັງທອງປັດຈຸບັນ ດ້ວຍການຕົກລົງແຊ່ນ້ຳເສຍຊີວິດ(ລົງທັງຝາເຮືອນສ່ວນໜຶ່ງ) ໂດຍທີ່ຄົນໃນຄອບຄົວບໍ່ມີໃຜຮູ້ ຈົນຮອດຕອນເຊົ້າຂອງມື້ໃໝ່.... 
(ໃຜມີຂໍ້ມູນກ່ຽວກັບ ສໍສີ ມຸກສະຫວັນ ຊ່ວຍເພີ່ມໃຫ້ແດ່)
(ຂອບໃຈ)