Dec 16, 2014

ເທບທາລາ ນາມປາກກາທີ່ຫລາຍຄົນຍັງຈົດຈຳ


ສະບາຍດີທຸກທ່ານ ຫາກທ່ານໃດມີຂໍ້ມູນກ່ຽວກັບນັກປະພັນລະຄອນທີ່ຊື່ວ່າ ເທບທາລາ ຫລື ຮູ້ຈັກກັບເພິ່ນ ຊ່ວຍເພີ່ມເຕີມຂໍ້ມູນ ແລະ ບອກເພິ່ນດ້ວຍວ່າພວກເຮົາ ນັກສະແດງລະຄອນ, ນັກຟັງລະຄອນຍັງຄິດເຖິງ ເພາະບໍ່ເຫັນເພິ່ນດົນແລ້ວ...
ທ່ານ ​ເທບ​ທາລາ ​ເປັນ​ນັກ​ປະພັນ ໂດຍສະເພາະແມ່ນປະພັນລະຄອນວິທະຍຸ ທີ່ມີຄົມປາກກາສ້ຽມປຫລມຄົນໜຶ່ງ ທີ່ນັກຟັງລະຄອນຟັງແລ້ວໄດ້ໃຈ ໄດ້ອາລົມ ບໍ່ພຽງເທົ່ານີ້ເພິ່ນຍັງເປັນ​ໂຄສົກ​ ແລະ​ ເປັນນັກສະ​ແດງ​ລະຄອນ ທີ່ສາມາດສະແດງໄດ້ຫລາຍໂຕ ບໍ່ວ່າຈະເປັນພະເອກ, ໂຈນ ຫລື ຜູ້ຮ້າຍແລະ ອື່ນໆ.

ເທບທາລາ ເປັນທັງຊື່ ແລະ ນາມປາກກາ ໃນທີມງານລະຄອນສຽງແຄນລາວມັກເອີ້ນລາວວ່າ: "ອ້າຍເທບ" 
ອ້າຍເທບ ເພິ່ນ​ຮຽນ​ຈົບ​ວີ​ຊາ​ທໍລະ​ນິສາດ​ຈາກ​ປະ​ເທດ​ເຢຍ​ລະ​ມັນ​ ແລະ ເຄີຍໄດ້​ໄປ​ຝືກງານ​ຢູ່​ ສ ສ ວຽດນາມ ໃນນາມນັກຂຽນບົດລະຄອນ ເຊິ່ງເພິ່ນເຄີຍຮ່ວມຂຽນບົດລະຄອນກັບນັກຂຽນລະຄອນວິທະຍຸວຽດນາມ ໂດຍສະເພາະແມ່ນ ທ່ານ ຫງວຽນມິງເຈົາ..​
ເທບທາລາ ລາວເກັ່ງ​ພາສາ​ຕ່າງປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ພາສາ​ຝຣັ່ງ, ພາສາເຢຍລະມັນ ແລະ ມີພື້ນຖານດີສົມຄວນກ່ຽວກັບພາສາວຽດນາມ. ນອກນີ້ແລ້ວຍັງມີ​ຄວາມສາມາດ ແລະ ​ຊຳ​ນີຊຳນານ​ງານ​ຫລາຍຢ່າງ​ ໂດຍສະເພາະ​ແມ່ນການ​ສອນ​ພາສາລາວ​ໃຫ້​ຄົນ​ຕ່າງປະ​ເທດ​ ແລະ ສອນພາສາເຢຍລະມັນ ແລະ ພາສາຝຣັ່ງ​ໃຫ້ຄົນ​ລາວ​ ເຊິ່ງນີ້ແມ່ນວຽກເສີມ ທີ່ສ້າງລາຍຮັບ, ຄວາມຮັກ ແລະ ມິດຕະພາບໃຫ້ຜູ້ກ່ຽວ ຈົນເປັນຄົນທີ່ມີຄົນຮູ້ຈັກໃນວົງກ້ວາງ.
ລາຍການ "ເພື່ອນມິດລະຄອນສຽງແຄນລາວ" ແມ່ນລາຍການໜຶ່ງທີ່ດຳເນີນ ແລະ ໂດ່ງດັງທີ່ສຸດໃນໄລຍະນັ້ນ ເຊິ່ງເທບທາລາໄດ້ໃຊ້ເປັນເວລທີໃນການເວົ້າລົມກັບມິດລະຄອນ ເພາະໄລຍະນັ້ນ ລາຍການລະຄອນຈະອອກອາກາດ ລະບົບ AM 567 Khz, SW 6130 Khz ແຕ່ວັນຈັນ-ວັນສຸກ ເວລາ 13:30 ໂມງ ສ່ວນວັນເສົາ ແລະ ວັນອາທິດ ແມ່ນຈັດເປັນລາຍການ ຕອບຮັບແຮງໃຈເພື່ອນມິດລະຄອນສຽງແຄນລາວ ເຊິ່ງຜູ້ຟັງລະຄອນໄດ້ຂຽນຈົດໝາຍມາຫາລາຍການເພື່ອ ຖາມເຖິງນັກສະແດງ, ຕົວລະຄອນໃນເລື່ອງ ແລະ ອື່ນໆ ເຊິ່ງແຕ່ລະວັນມີຈົດໝາຍເຂົ້າມາຢ່າງຫລວງຫລາຍ.....

ເທບ​ທາ​ລາ​ເປັນ​ຄົນ​ມັກ​ຕະລົກ​ເຮ​ຮາ,ມີ​ແນວ​ຄິດ​ສັງສັນ​ທາງ​ດ້ານ​ວັນນະກຳ ​ແລະ ​ບົດ​ເພງ. ​ ເຂົາ​ເຄີຍ​ແຕ່ງ​ເພງ​ໃຫ້ ​ທ່ານນາງ​ ພວງມາ​ໄລ​ ພົງພາວັນ ໂຄສົກ​ໂທລະພາບ​​ແຫ່ງ​ຊາດ​ລາວ (​ຊ່ອງ 9)ຫລາຍ​ຊຸດ..​ແລະ​ປະພັນ​ລະຄອນ​ຫລາຍ​ເລື່ອງ ສ່ວນ​ໃຫ່ຍເນື້ອໃນລະຄອນ​ແມ່ນ​ເວົ້າ​ເຖິງ​​ພາລະ​ກິດ​ຂອງ​ການ​ປະ​ຕີ​ວັດ​ໃນແຕ່ລະໄລຍະ; ອີກ​​ສ່ວນ​ໜຶ່ງແມ່ນ​ໄດ້​ນຳ​ເອົາ​ບົດ​ປະພັນຂອງນັກປະພັນ ທັງພາຍໃນ ແລະ ຕ່າງປະເທດ ມາແປງເປັນບົດລະຄອນວິທະຍຸ ເຊິ່ງໄດ້ເຮັດໃຫ້​ມິດ​ລາຍການ​ນິຍົມ​ຊົມ​ຊອບ​ທີ່​ສຸດ​ໃນ​ເວລາ​ນັ້ນ. ​ປີ1989 ມີ​ການ​ປັບປຸງ​ການຈັດ​ຕັ້ງ​ພາຍ​ໃນ ​ເທບ​ທາລາ ​ໄດ້​ອອກ​ໄປ​ເຮັດ​ທຸລະ​ກິດ​ສ່ວນ​ຕົວຢູ່​ແຂວງ​ຄຳ​ມ່ວນ.
 ມາເຖິງປັດຈຸບັນ ຍັງມີຄົນຖາມໄຖ່ເຖິງຄົນທີ່ມີຊື່ ແລະ ນາມປາກກາວ່າ: " ເທບທາລາ " ຢູ່ໃສ, ຍັງມີຊີວິດຢູ່ຫລືບໍ່ ທາງທີມງານລະຄອນສຽງແຄນລາວ ພວກເຮົາຍັງບໍ່ສາມາຕອບໄດ້ ເພາະ ນັບແຕ່ມື້ຜູ້ກ່ຽວ ຂໍລາອອກຈາກການໄປ​ເຮັດ​ທຸລະ​ກິດ​ສ່ວນ​ຕົວຢູ່​ແຂວງ​ຄຳ​ມ່ວນ ແຕ່ປີ 1989 ພວກເຮົາກໍບໍ່ໄດ້ຮັບຂ່າວຈາກຜູ້ກ່ຽວເລີຍ....ແລະ ລຸ່ມນີ້ ແມ່ນຜົນງານພຽງສ່ວນໜຶ່ງ ທີ່ຄະນະລະຄອນສຽງແຄນລາວເກັບກຳໄດ້ ແຕ່ບົດຂຽນນັ້ນແມ່ນບໍ່ຮູ້ວ່າຢູ່ໃສ ຫລື ຖືກທຳລາຍໄປແລ້ວ ສ່ວນບົດທີ່ສະແດງອອກອາກາດທີ່ອັດສຽງໄວ້ ແມ່ນຍັງຄົງຮັກສາໄວ້ທີ່ສາງເທັບຈຳນວນໜຶ່ງ....
ໃຜມີຂໍ້ມູນ ກະລຸນາປະກອບຕື່ມເດີ້....
ຂອບໃຈທີ່ຕິດຕາມ