Feb 4, 2014

ການກະຈາຍລາຍການລະຄອນສຽງແຄນລາວແຕ່ຕອນເລີ່ມຕົ້ນ...

ການ​​ກະຈາຍ​ລະຄອນ​ອອກ​ທາງຄື້ນວິທະຍຸກະຈາຍສຽງແຫ່ງຊາດລາວ ໄລຍະທຳອິດ​ນັ້ນ​ແມ່ນ​ເປັນ​ເວລາ:13:00-13:30ນ ​ແລະ​ 16:30-17:00 ໂມງ ​ ເຊິ່ງເປັນເວລາ​ທີ່​ທຸກ​ຄົນ​ກຳລັງ​ພັກຜ່ອນເປັນສ່ວນຫລາຍໃນຕອນບ່າຍ ແລະ ເຮັດ​ວຽກ​ເຮືອນ​ການ​ຊານ,​ເບິ່​ງ​ແຍງ​ດູ​ແລ​ລູກ​ເຕົ້າຄື​ລະຄອນ​ທີ່​ອອກ​ອາກາດເວລາ​ນັ້ນ​ມີ​ພຽງ 30ນາທີ​ ອອກອາກາດແຕ່ວັນຈັນຫາວັນສຸກ, ສ່ວນວັນເສົາ ແລະ ອາທິດນັ້ນແມ່ນຈັດເປັນລາຍການຕອບຈົດໝາຍເພື່ອນມິດລະຄອນສຽງແຄນລາວ ເຊິ່ງໄລຍະນັ້ນ ແຕ່ລະອາທິດ ຈົດໝາຍມິດລາຍການຈົນລົ້ນຕູ້ໄປສະນີ
ການຜລິດລະຄອນຕອນນັ້ນ ມີບັນຍາກາດີຫລາຍ ເພາະນັກປະພັນກໍຕັ້ງໃຈຂຽນ ບົດ, ນັກສະແດງກໍຕັ້ງໃຈຊ້ອມບົດລະຄອນ ເພາະນັກສະແດງສ່ວນຫລາຍ ຈະບໍ່ມີວຽກຫລາຍຢ່າງດັ່ງທຸກມື້ນີ້. ນັກສະແດງບາງຄົນ ຫລັງຈາກຊ້ອມບົດແລ້ວ ກໍໄປເອົາຈົດໝາຍຢູ່ໄປສະນີ(ຕລາດເຊົ້າ) ແລ້ວມາຈີກຊອງຈົດໝາຍ ເພື່ອຊອກ ຫາເນື້ອໃນທີ່ຄ້າຍຄືກັນ ມາກອງໄວ້ເປັນກຸ່ມໆ ຍ້ອນຈົດໝາຍຫລາຍ ບໍ່ສາມາດຕອບຈົດໝາຍ ດ້ວຍການອ່ານລະອຽດໄດ້ທຸກຄົນ ນອກຈາກຊື່ ແລະ ທີ່ຢູ່ເທົ່ານັ້ນ.
 ນັກສະ​ແດງ​​ລະຄອນສຽງແຄນລາວຊຸດທຳອິດປະກອບດ້ວຍ:

1) ທ່ານ ຫັວນຄໍາ ຂຸນ​ປະ​ເສີດ(ຕອນນັ້ນເປັນຫົວໜ້າໜ່ວຍງານວັນນະຄະດີ)
2) ທ່ານ ສະຫລອງ​ພົນ ກິ່ງ​ຈະ​ເລີ​ນ(ຕອນນັ້ນເປັນຮອງ ໜ່ວຍງານວັນນະຄະດີ)
3) ທ່ານ ອຸດອນ ວົງ​ໄຊ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
4) ​ນາງ​ ປິ່ນ​ອາ​ນົງ ​ຂຸນ​ເພັດ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
5) ນາງ​ ສົມ​ຈິດ ​ມະຫາ​ນົນ(ພ.ງ ໜ່ວຍງານວັນນະຄະດີ)
6) ນາງ​ ຄຳ​ມຽງ ຈັນທະ​ວົງ(ພ.ງ ໜ່ວຍງານວັນນະຄະດີ)
7) ນາງ​ ບຸນ​ລ້ຽງ ​ຈັນທະ​ວົງ(ພ.ງ ໜ່ວຍງານວັນນະຄະດີ)
8) ນາງ​ ເກດ​ສະໜາ ຂັນ​ທະ​ວົງສາ(ພ.ງ ໜ່ວຍງານວັນນະຄະດີ)
9) ​ທ່ານ ​ເທບ​ທາ​ລາ ​ເປັນ​ຜູ້​ປະພັນບົດລະຄອນແລະ ເປັນທັງນັກສະແດງນຳອີກ.

​1986 ​ຂະ​ບວນການ​ສິນລະປະ​ວັນນະຄະດີ​ຂອງບັນດາ​ກົມ​ກອງ,ຂະ​ແໜງ​ການ​​ໄດ້​ເກີດ​ຂຶ້ນ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ ມີ​ການ​ແຂ່ງຂັນ​ເສັງ​ເພງ, ບົດລະຄອນ, ບົດ​ຟ້ອນ, ດົນຕີຣຕາມ​ສະຖານທີ່​ຕ່າງໆ.. “ຄະນະລະຄອນ ສຽງແຄນລາວ” ກໍ​ໄດ້​ມີ​ການ​ປັບປຸງ​ເນື້ອ​ໃນ​ຂອງລະຄອນ​ເພື່ອ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ຕົວ​ຈີ​ງຂອງ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ. ໂດຍສະເພາະໃນ “ພາລະກິດປ່ຽນແປງໃໝ່ຂອງພັກ” ໄດ້​ມີ​ການ​ຜລິດລະຄອນຫລາຍເລື່ອງ ເພື່ອ​ປຸກລະດົມ​ໃຫ້​ບັນດາ​ຊັ້ນ​ຄົນ​ຕ່າງໆປະກອບສ່ວນ​ເຂົ້າ​ໃນພາລະກິດດັ່ງກ່າວ.​ ໃນ​ໄລຍະນີ້​ການ​ກະຈາຍ​ລະຄອນ​ວິທະຍຸ​ຍັງກະຈາຍ​ສອງ​ຄັ້ງຕໍ່ມື້​ຄື: ຕອນ​ບ່າຍ​ ​ເວລາ: 13:00 -13:30 ໂມງ ແລະ ​ຕອນ​ແລງ​ ເວລາ:16:00-17:00 ໂມງ ໃນວັນ ເສົາ ແລະ ວັນອາທິດ ຈະມີນັກສະແດງລະຄອນຜັດປ່ຽນກັນມາຈັດລາຍການ ແທນ ການເປີດລະຄອນ ເຊິ່ງໃຫ້ຊື່ລາຍການນີ້ວ່າ: ຕອບຈົດໝາຍເພື່ອນມິດ ລະຄອນ ສຽງແຄນລາວ”.​
ເນື່ອງຈາກເວລາອອກອາກາດຂອງລະຄອນເພີ່ມ ແລະ ເພື່ອເປັນການຕອບສະໜອງໄດ້ຕາມຄວາມຕ້ອງ ການ ຂອງຜູ້ຟັງລະຄອນວິທະຍຸ ທາງ​ກົມ​ວີ​ທະ​ຍຸ​ກະຈາຍສຽງ​ແຫ່ງ​ຊາດ​(ເວລານີ້ເອີ້ນເປັນ ວິທະຍຸກະຈາຍ ສຽງແຫ່ງຊາດລາວ) ຈຶ່ງ​ໄດ້​ເຮັດ​ສັນຍາ​ຈ້າງ​ກັບ​ນັກ​ຂຽນ​ຜູ້​ທີ່​ມີ​ຜົນງານ ​ແລະ ​ປະສົບການສູງດ້ານລະຄອນ ຄື: ທ່ານ ສໍ ສີ​ມຸກ​ສະຫັວນ ທີ່​ເປັນ​ນັກ​ຂຽນ​ມາກ່ອນ(ສະ​ໄໝ​ວຽງ​ຈັນເກົ່າ​)ມາ​ເປັນ​ຄົນ​ຂຽນບົດ​ລະຄອນ​ນໃຫ້​ຕື່ມ.

ນັບແຕ່ປີ 1985-86 ເປັນຕົ້ນມາທີມງານໄດ້ເພີ່ມຂຶ້ນອີກຫຼາຍນັ້ນກໍມີ:
- ທ.ຄຳ​ຜ່ອນ ​ໄຊ​ອຸດົມເປັນ​ຜູ້​ປະພັນບົດ ແລະ ຊ່ວຍຄວບຄຸມການຜລິດ
- ທ.ສໍ ສີມຸກສະຫວັນ ເປັນ​ຜູ້​ປະພັນບົດ ແລະ ເປັນທັງນັກສະແດງນຳອີກ
- ທ.ສັງຂານ ຈູມຄຳພັນ(ນັກສະແດງຈາກພະແນກຂ່າວ)
- ທ.ຈູມມາ ຈັນທະລັງສີ(ນັກສະແດງຈາກພະແນກຂ່າວ)
- ທ.ວິໄລ ໄຊຍະເວດ(ນັກສະແດງຈາກໂທລະພາບ)
- ທ. ຄຳ​ກອງ ກິດ​ຕິ​ຄຸນ
- ທ.​ບຸນ​ເລີດ​ ປັນຍາ
- ທ. ອຸ່ນ​ຫ້ລາ ຣາຊາ​ຈັກ
- ທ. ສີຈັນ ​ແພງ​ຄຳ​ຮັກ
(ເລື່ອງຍັງຍາວ ມື້ໜ້າຈະມາເລົ່າສູ່ຟັງຕື່ມອີກ)
ຂອບໃຈທີ່ຕິດຕາມ

No comments:

Post a Comment