Feb 26, 2014
Feb 19, 2014
ຄູ່ແຂ່ງ ກັບການປ່ຽນແປງຄັ້ງຍິ່ງໃຫຍ່....
“ຄູ່ແຂ່ງ ກັບການປ່ຽນແປງຄັ້ງຍິ່ງໃຫຍ່”
ໃນໄລຍະທີ່ ຄະນະລະຄອນສຽງແຄນລາວ ໄດ້ຮັບຄວາມນິຍົມສູງໃນກຸ່ມຜູ້ຟັງນັ້ນ ມັນພັດເປັນໄລຍະທີ່ສະພາບຂອງ ເສດຖະກິດ-ສັງຄົມ ໄດ້ມີການປ່ຽນແປງຄັ້ງ ໃຫຍ່ຫລວງໃນ ສປປ ລາວ ໂດຍສະເພາະການກ້າວສູ່ການປະຕິບັດຕາມທິດສະດີ “ການປ່ຽນແປງໃໝ່” ຂອງພັກ ອັນເປັນສາເຫດເຮັດໃຫ້ບົດບາດຂອງການຕະຫລາດເຂົ້າມາແຊກແຊງການຜລິດລະຄອນວິທະຍຸນັບມື້ນັບຫລາຍຂຶ້ນ.
ລະຫວ່າງ ປີ 1987-1988 ກໍໄດ້ເກີດມີຄະນະລະຄອນໜຶ່ງເກີດຂຶ້ນອີກເອີ້ນວ່າ: “ຄະນະລະຄອນວັງສຽງທອງ”ເຊິ່ງໄດ້ກາຍເປັນຄູ່ແຂ່ງ ທີ່ຍາດແຍ່ງນັກສະແດງ ກັນບໍ່ທຳມະດາປານໃດ ເພາະຄະນະນີ້ແມ່ນນັກສະແດງໄດ້ກິນເງິນຄ່າການ ສະແດງ, ສ່ວນຄະນະລະຄອນ“ສຽງແຄນລາວ” ນັກສະແດງໄດ້ກິນເງິນ ເດືອນນຳລັດ.
“ຄະນະລະຄອນວັງສຽງທອງ” ບໍລິຫານງານໂດຍ: ອາຈານ ບັບໂບ້ ຫືລ ບົວລາພັນທະວົງ ເຊິ່ງເປັນທັງຜູ້ກຳກັບ ແລະ ນັກສະແດງ ແລະ ໄດ້ກະຈາຍລະຄອນວິທະຍຸເລື່ອງຍາວອອກອາກາດ ເລື້ອງທຳອີດທີ່ມີຊື່ວ່າ: “ພັນທະຫົວໃຈ” ເຊິ່ງປະພັນໂດຍ: ເພັດນ້ອຍ ຣັດຕິກອນ ເປັນລະຄອນທີ່ຕິດພັນກັບຄວາມຮັກ.
ສ່ວນ “ຄະນະລະຄອນສຽງແຄນລາວ” ກໍໄດ້ກະຈາຍເລື້ອງ: “ເມື່ອສີ້ນຄັວນໝອກ” ຂຽນ ແລະ ກຳກັບໂດຍ: ສໍ ສີມຸກສະຫັວນ ເຊິ່ງເປັນລະຄອນ ທີ່ສ່ອງແສງເຖິງ ຄວາມຮັກ, ການສ້າງສາພັດທະນາພາຍໃຕ້ການນຳພາຂອງພັກ.
ໄລຍະນັ້ນການຜລິດລະຄອນ ຂອງຄະນະລະຄອນສຽງແຄນລາວແມ່ນ ອອກອາກາດໃນເວລາ 13:30-14:00 ໂມງ ເຊິ່ງລະຄອນທີ່ກະຈາຍໃນໄລຍະນີ້ ແມ່ນໄດ້ຫັນໄປສູ່ການໂຄສະນາສິນຄ້າເພື່ອສ້າງລາຍຮັບເພີ່ມໃຫ້ທີມງານນຳ.
ນັບແຕ່ 1989 ເປັນຕົ້ນມາ ຄະນະລະຄອນສຽງແຄນລາວມີລັກສະນະຊົງຕົວ ເພາະຜູ້ຂຽນລະຄອນບໍ່ຫລາຍຍ້ອນສ່ວນໜຶ່ງໄປຍົກລະດັບດ້ວຍການຮຽນຕໍ່ໄລ ຍະຍາວ, ອີກສ່ວນໜຶ່ງໄດ້ອອກໄປສ້າງເສດຖະກິດຄອບຄົວຕາມນະໂຍບາຍ ຂອງພັກ ເຊັ່ນ: ບຸນລ້ຽງ ຈັນທະວົງ, ປິ່ນອານົງ ຂຸນເພັດ ແລະ ເກດສະໜາ ຂັນທະວົງສາ, ສ່ວນ ຄຳຜ່ອນ ໄຊອຸດົມ ແມ່ນໄດ້ໄປຮຽນໄລຍະຍາວ.
ເຖິງແນວໃດກໍຕາມຄະນະລະຄອນສຽງແຄນລາວ ກໍ່ຍັງໄດ້ພະຍາຍາມສືບຕໍ່ສ້າງຄວາມບັນເທີງໃຫ້ຄົນຟັງຕະຫລອດມາໂດຍມີພະນັກງານພາຍໃນພະແນກເປັນຜູ້ຂຽນ ແລະ ເປັນຜູ້ກຳກັບການສະແດງເອງ ເຊິ່ງໄລະຍນັ້ນຍັງມີນັກສະແດງຕົ້ນຕໍ ຢູ່ຫລາຍຄົນເຕີບຄື: ທ.ອຸດອນ ວົງໄຊ, ທ.ວິໄລພອນ ວົງພະຈັນ, ນ. ພົງພັນ ຂຸນສັກ, ທ.ອຸ່ນຫລ້າ ຣາຊາຈັກ, ນ.ໄກສອນ ວີໄຊຍະລາດ ແລະ ນ. ຈັນທອນ ແກ້ວມະນີໂຄດ.
ເຖິງວ່າ ໄລຍະນີ້ ຈະມີຄວາມຂາດແຄນນັກປະພັນ ແລະ ນັກສະແດງກໍຕາມ ຄະນະລະຄອນສຽງແຄນລາວ ຍັງສືບຕໍ່ຜລິດລະຄອນອອກອາກາດຢູ່ ແລະ ໄດ້ປ່ຽນເວລາອອກອາກາດມາເປັນ 17:00-17:00 ໂມງ.
(ຂອບໃຈທີ່ອ່ານ-ຍັງມີຕໍ່)
Feb 10, 2014
ຄວາມຮັກກັບເກີບທີ່ບໍ່ພໍດີ
ມີເວລາຈັກໜ້ອຍໜຶ່ງ ລອງອ່ານບົດເລື່ອງນີ້
...ສຳລັບໜຸ່ມໆ ສາວໆທີ່ຕ້ອງການມີຄົນຮັກ...
ມື້ໜຶ່ງ…ຂ້ອຍຄິດຢາກໄດ້ເກີບຄູ່ໃໝ່ມາປ່ຽນເກີບຜ້າທີ່ໃຊ້ມານານກ່ວາສອງປີ….ຂ້ອຍຕັດສິນໃຈໄປຮ້ານຂາຍເກີບທີ່ທີ່ຕະ ຫລາດແຫ່ງໜຶ່ງເຊິ່ງມີຫລາກຫລາຍສີ ແລະ ຫລາຍຍີ່ຫໍ້ ຂ້ອຍເລືອກແລ້ວເລືອກອີກແຕ່ກໍບໍ່ມີເກີບຄູ່ໃດຖືກໃຈຂ້ອຍເລີຍ ໃນທີ່ສຸດຂ້ອຍຈຶ່ງ ຕັດສິນໃຈໄປຮ້ານຂາຍເກີບອີກຮ້ານໜຶ່ງທີ່ບໍ່ໄກຈາກ ຕະຫລາດນັ້ນພໍເທົ່າໃດ,ມັນເປັນຮ້ານຂາຍເກີບທີ່ໃຫຍ່ ແລະ ສ່ວນຫລາຍ ເກີບທີ່ຂາຍໃນຮ້ານນີ້ລາຄາອ່າວແພງ ເພາະມັນເປັນຮ້ານຂາຍເກີບທີ່ມີຍີ່ຫໍ້.. ພໍຂ້ອຍ ກ້າວຂາເຂົ້າໄປໃນຮ້ານເທົ່ານັ້ນລະ ສິ່ງທີ່ບາດຕາບາດໃຈກໍຄືເກີບສົ້ນສູງ ສີນ້ຳຕານຄູ່ນີ້...
ໂດຍບໍ່ລໍຊ້າຂ້ອຍຟ້າວຈັບມັນມາເບິ່ງເຖິງວ່າປ້າຍລາຄາທີ່ຕິດໄວ້ນັ້ນອ່າວແພງ(ຖ້າທຽບໃສ່ເກີບທຸກຄູ່ທີ່ຂ້ອຍເຄີຍຊື້ຜ່ານມາ) ແຕ່ຂ້ອຍກໍບໍ່ລັງເລໃຈທີ່ຈະຈ່າຍ…ຂ້ອຍຖາມຜູ້ລາວຂາຍນັ້ນວ່າ “ ສີແບບນີ້ມີອີກບໍ່ເພາະຂ້ອຍວ່າຄູ່ນີ້ມັນຄົງຄັບ ໜ້ອຍໜຶ່ງ” ແຕ່ສາວທີ່ຂາຍລາວພັດບອກວ່າ “ລອງໃສ່ເບິ່ງກ່ອນກໍໄດ້…ຂ້ອຍວ່າມັນຄົງພໍດີເຈົ້າແລ້ວ ທຳອິດມັນອາດຄັບແດ່ເລັກນ້ອຍ ແຕ່ຕໍ່ໄປບາດ ມັນຢືດອອກຄົງພໍດີ…” ແຕ່ເຖິງແນວໃດຂ້ອຍກໍຍັງຖາມຫາຄູ່ໃໝ່ທີ່ໃຫຍ່ກ່ວາ ແຕ່ຄົນຂາຍ ກໍບອກວ່າ “ ເກີບໃນຮ້ານຂອງເຮົາຈະມີສີແລະຮູບແບບ(Style ຢ່າງລະຄູ່ເທົ່ານັ້ນເພາະພວກເຮົາສັ່ງເຮັດເປັນພິເສດ”….
ແລງມື້ນັ້ນ ຂ້ອຍກັບບ້ານດ້ວຍຮອຍຍິ້ມກັບເກີບຄູ່ໃໝ່ທີ່ຄົນຂາຍຢ້ຳແລ້ວ ຢ້ຳອີກວ່າ “ ມັນມີຄູ່ດຽວເທົ່ານັ້ນ ສັ່ງເຮັດ ພິເສດ…”ພໍຮອດເຮືອນຂ້ອຍ ກໍຈັດແຈງແປງບ່ອນເກັບມ້ຽນ ແຍງແລ້ວແຍງອີກສ່ວນທາງມືກໍຄ້ວາ ເອົາເກີບ(ຜ້າໃບ)ຄູ່ເກົ່ານັ້ນໂຍນ ຖິ້ມໃສກະຕ່າຂີ້ເຫຍື່ອທີ່ຢູ່ແຈຫ້ອງນອນ ໂດຍບໍ່ລັ່ງເລໃຈ…
ເຊົ້າວັນໃໝ່….ຂ້ອຍໃສ່ເກີບຄູ່ໃໝ່…ຍ່າງໄປຫ້ອງການ(ບໍ່ໄກຈາກເຮືອນປານໃດ) ຢ່າງມີຄວາມສຸກ. ເພື່ອນໆໃນຫ້ອງເຮັດວຽກຕ່າງກໍຖາມວ່າຊື້ມາແຕ່ຮ້ານໃດ ? ງາມແທ້ຍັງມີອີກບໍ່…ມື້ນັ້ນໝົດມື້ປະກົດວ່າຂ້ອຍຍ່າງຫລາຍ, ໝັ້ນໃຈຕົນ ເອງ ແລະ ມີຄວາມສຸກທີ່ສຸດ…. ໂດຍສະເພາະຄຳຍ້ອງຍໍຈາກເພື່ອນຮ່ວມງານ…
ແຕ່…ຕອນແລງຕອນຂ້ອຍຍ່າງກັບບ້ານມັນຊ່າງທໍລະມານຫລາຍຍ້ອນ ຄວາມ ເຈັບປວດບີແຄ່ງ ແລະ ນິ້ວຕີນ….ຕີນຂອງຂ້ອຍບວມໃຄ່ ແລະ ບາງບ່ອນກໍ ປະກົດເຫັນໜັງລອກມີເລືອດຊຶມອອກມາ ຂ້ອຍໄດ້ແຕ່ນັ່ງແຍງຕີນທີ່ລະບົມ ລະບອມຂອງຂ້ອຍ ກັບການຖອນໃຈໃຫຍ່ຫລາຍໆຄັ້ງຕໍ່ໆກັນ…
ຂ້ອຍຄິດໄດ້ວ່າ ຫາກຊີວິດຄົນເປັນເໝືອນການເດີນທາງໄກ ຄວາມຮັກກໍຄົງບໍ່ຕ່າງກັບເກີບ ຄວາມຈິງແລ້ວຄົນເຮົາບໍ່ໄດ້ຕ້ອງການເກີບ ງາມໆ ທີ່ມີລາຄາແພງໆໄປກ່ວາເກີບທີ່ໃສ່ສະບາຍ…ຫລື ເຈົ້າຄິດວ່າຈັ່ງໃດ ?
ເຖິງແນວໃດກໍຕາມສຳລັບຜູ້ຍິງເຮົາກໍຍັງຄິດບໍ່ເລີກບໍ່ແລ້ວກັບຄວາມສວຍຄວາມ ງາມເພາະເວລາອອກບ້ານຜູ້ຍິງ ສ່ວນໃຫຍ່ຈະບອກຕົນເອງສະເໝີວ່າ “ຕ້ອງສວຍ ຕ້ອງງາມໄວ້ກ່ອນ” ດ້ວຍເຫດນີ້ເອງມັນຈຶ່ງເປັນສິ່ງຈູງໃຈ ໃຫ້ຂ້ອຍຕ້ອງ ຈ່າຍເງິນຄ່າເກີບຄູ່ງາມໆນັ້ນດ້ວຍລາຄາແພງທັງໆທີ່ຮູ້ແກ່ໃຈວ່າ ມັນບໍ່ພໍດີກັບຕີນຂອງຕົນເອງເລີຍ….
ຖ້າວ່າເຮົາຕ້ອງເດີນທາງໄກ…ແມ່ນຈະມີເກີບທີ່ສວຍງາມ,ລາຄາແພງ,ມີຍີ່ຫໍ້ ມັນກໍຄົງເປົ່າປະໂຫຍດເມື່ອ ມັນເຮັດໃຫ້ເຮົາເຈັບ… .ໃນທີ່ສຸດເຮົາຄົງ ຈຳຕ້ອງປົດມັກຖິ້ມ….ຂ້ອຍຄິດໄດ້ອີກວ່າ: ເກີບທີ່ໃສ່ສະບາຍນັ້ນບໍ່ຈຳເປັນ ຕ້ອງສວຍງາມຈົນຄົນອື່ນຈ້ອງມອງຕາມ…..
ເຮົາອາດມີຄວາມຝັນໄຝ່ທີ່ຈະມີຄົນຮັກທີ່ຫລໍ່ເຫລົາ ເກັ່ງ ສະຫງ່າຜ່າ ເຜີຍ… ເພື່ອຄວງແຂນໃຫ້ຄົນອື່ນອິດສາ…ແຕ່ ຄວາມຈິງແລ້ວເຮົາພຽງຕ້ອງການໃຫ້ເຂົາ ເປັນຄົນທີ່ຮັກເຮົາຊ່ວຍເຫລືອດູແລເຮົາ ແລະ ບໍ່ເຮັດໃຫ້ເຮົາເຈັບ…
ຂ້ອຍວ່າ….ການໃສ່ເກີບທີ່ສະບາຍໆໃນເວລາຍ່າງກໍບໍ່ເຮັດໃຫ້ຕີນເຈັບ ມັນອາດເຮັດໃຫ້ເຮົາມີຄວາມສຸກ ແລະ ຈະພາເຮົາໄປເຖິງຈຸດໝາຍໄດ້ໂດຍທີ່ ເຮົາບໍ່ຕ້ອງເຈັບ ແລະ ບໍ່ຄິດທີ່ຈະໂຍນມັນຖິ້ມກ່ອນເຮົາຈະເຖິງຈຸດໝາຍ ປາຍທາງ…
ຂອບໃຈທີ່ອ່ານ
ຫວັງວ່າທຸກຄົນຄົງຄົງມີຄວາມສຸກ ແລະ ສົມຫວັງດັ່ງໃຈຄິດ
(ສະບາຍດີ)
Feb 4, 2014
ການກະຈາຍລາຍການລະຄອນສຽງແຄນລາວແຕ່ຕອນເລີ່ມຕົ້ນ...
ການກະຈາຍລະຄອນອອກທາງຄື້ນວິທະຍຸກະຈາຍສຽງແຫ່ງຊາດລາວ ໄລຍະທຳອິດນັ້ນແມ່ນເປັນເວລາ:13:00-13:30ນ ແລະ 16:30-17:00 ໂມງ ເຊິ່ງເປັນເວລາທີ່ທຸກຄົນກຳລັງພັກຜ່ອນເປັນສ່ວນຫລາຍໃນຕອນບ່າຍ ແລະ ເຮັດວຽກເຮືອນການຊານ,ເບິ່ງແຍງດູແລລູກເຕົ້າຄືລະຄອນທີ່ອອກອາກາດເວລານັ້ນມີພຽງ 30ນາທີ ອອກອາກາດແຕ່ວັນຈັນຫາວັນສຸກ, ສ່ວນວັນເສົາ ແລະ ອາທິດນັ້ນແມ່ນຈັດເປັນລາຍການຕອບຈົດໝາຍເພື່ອນມິດລະຄອນສຽງແຄນລາວ ເຊິ່ງໄລຍະນັ້ນ ແຕ່ລະອາທິດ ຈົດໝາຍມິດລາຍການຈົນລົ້ນຕູ້ໄປສະນີ
ການຜລິດລະຄອນຕອນນັ້ນ ມີບັນຍາກາດີຫລາຍ ເພາະນັກປະພັນກໍຕັ້ງໃຈຂຽນ ບົດ, ນັກສະແດງກໍຕັ້ງໃຈຊ້ອມບົດລະຄອນ ເພາະນັກສະແດງສ່ວນຫລາຍ ຈະບໍ່ມີວຽກຫລາຍຢ່າງດັ່ງທຸກມື້ນີ້. ນັກສະແດງບາງຄົນ ຫລັງຈາກຊ້ອມບົດແລ້ວ ກໍໄປເອົາຈົດໝາຍຢູ່ໄປສະນີ(ຕລາດເຊົ້າ) ແລ້ວມາຈີກຊອງຈົດໝາຍ ເພື່ອຊອກ ຫາເນື້ອໃນທີ່ຄ້າຍຄືກັນ ມາກອງໄວ້ເປັນກຸ່ມໆ ຍ້ອນຈົດໝາຍຫລາຍ ບໍ່ສາມາດຕອບຈົດໝາຍ ດ້ວຍການອ່ານລະອຽດໄດ້ທຸກຄົນ ນອກຈາກຊື່ ແລະ ທີ່ຢູ່ເທົ່ານັ້ນ.
ນັກສະແດງລະຄອນສຽງແຄນລາວຊຸດທຳອິດປະກອບດ້ວຍ:
1) ທ່ານ ຫັວນຄໍາ ຂຸນປະເສີດ(ຕອນນັ້ນເປັນຫົວໜ້າໜ່ວຍງານວັນນະຄະດີ)
2) ທ່ານ ສະຫລອງພົນ ກິ່ງຈະເລີນ(ຕອນນັ້ນເປັນຮອງ ໜ່ວຍງານວັນນະຄະດີ)
3) ທ່ານ ອຸດອນ ວົງໄຊ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
4) ນາງ ປິ່ນອານົງ ຂຸນເພັດ(ຕອນນັ້ນຍັງເປັນໂຄສົກອ່ານຂ່າວ)
5) ນາງ ສົມຈິດ ມະຫານົນ(ພ.ງ ໜ່ວຍງານວັນນະຄະດີ)
6) ນາງ ຄຳມຽງ ຈັນທະວົງ(ພ.ງ ໜ່ວຍງານວັນນະຄະດີ)
7) ນາງ ບຸນລ້ຽງ ຈັນທະວົງ(ພ.ງ ໜ່ວຍງານວັນນະຄະດີ)
8) ນາງ ເກດສະໜາ ຂັນທະວົງສາ(ພ.ງ ໜ່ວຍງານວັນນະຄະດີ)
9) ທ່ານ ເທບທາລາ ເປັນຜູ້ປະພັນບົດລະຄອນແລະ ເປັນທັງນັກສະແດງນຳອີກ.
1986 ຂະບວນການສິນລະປະວັນນະຄະດີຂອງບັນດາກົມກອງ,ຂະແໜງການໄດ້ເກີດຂຶ້ນຢ່າງເປັນຂະບວນຟົດຟື້ນ ມີການແຂ່ງຂັນເສັງເພງ, ບົດລະຄອນ, ບົດຟ້ອນ, ດົນຕີຣຕາມສະຖານທີ່ຕ່າງໆ.. “ຄະນະລະຄອນ ສຽງແຄນລາວ” ກໍໄດ້ມີການປັບປຸງເນື້ອໃນຂອງລະຄອນເພື່ອໃຫ້ແທດເໝາະກັບສະພາບຕົວຈີງຂອງການຂະຫຍາຍຕົວຂອງສັງຄົມ. ໂດຍສະເພາະໃນ “ພາລະກິດປ່ຽນແປງໃໝ່ຂອງພັກ” ໄດ້ມີການຜລິດລະຄອນຫລາຍເລື່ອງ ເພື່ອປຸກລະດົມໃຫ້ບັນດາຊັ້ນຄົນຕ່າງໆປະກອບສ່ວນເຂົ້າໃນພາລະກິດດັ່ງກ່າວ. ໃນໄລຍະນີ້ການກະຈາຍລະຄອນວິທະຍຸຍັງກະຈາຍສອງຄັ້ງຕໍ່ມື້ຄື: ຕອນບ່າຍ ເວລາ: 13:00 -13:30 ໂມງ ແລະ ຕອນແລງ ເວລາ:16:00-17:00 ໂມງ ໃນວັນ ເສົາ ແລະ ວັນອາທິດ ຈະມີນັກສະແດງລະຄອນຜັດປ່ຽນກັນມາຈັດລາຍການ ແທນ ການເປີດລະຄອນ ເຊິ່ງໃຫ້ຊື່ລາຍການນີ້ວ່າ: ຕອບຈົດໝາຍເພື່ອນມິດ ລະຄອນ ສຽງແຄນລາວ”.
ເນື່ອງຈາກເວລາອອກອາກາດຂອງລະຄອນເພີ່ມ ແລະ ເພື່ອເປັນການຕອບສະໜອງໄດ້ຕາມຄວາມຕ້ອງ ການ ຂອງຜູ້ຟັງລະຄອນວິທະຍຸ ທາງກົມວີທະຍຸກະຈາຍສຽງແຫ່ງຊາດ(ເວລານີ້ເອີ້ນເປັນ ວິທະຍຸກະຈາຍ ສຽງແຫ່ງຊາດລາວ) ຈຶ່ງໄດ້ເຮັດສັນຍາຈ້າງກັບນັກຂຽນຜູ້ທີ່ມີຜົນງານ ແລະ ປະສົບການສູງດ້ານລະຄອນ ຄື: ທ່ານ ສໍ ສີມຸກສະຫັວນ ທີ່ເປັນນັກຂຽນມາກ່ອນ(ສະໄໝວຽງຈັນເກົ່າ)ມາເປັນຄົນຂຽນບົດລະຄອນນໃຫ້ຕື່ມ.
ນັບແຕ່ປີ 1985-86 ເປັນຕົ້ນມາທີມງານໄດ້ເພີ່ມຂຶ້ນອີກຫຼາຍນັ້ນກໍມີ:
- ທ.ຄຳຜ່ອນ ໄຊອຸດົມເປັນຜູ້ປະພັນບົດ ແລະ ຊ່ວຍຄວບຄຸມການຜລິດ
- ທ.ສໍ ສີມຸກສະຫວັນ ເປັນຜູ້ປະພັນບົດ ແລະ ເປັນທັງນັກສະແດງນຳອີກ
- ທ.ສັງຂານ ຈູມຄຳພັນ(ນັກສະແດງຈາກພະແນກຂ່າວ)
- ທ.ຈູມມາ ຈັນທະລັງສີ(ນັກສະແດງຈາກພະແນກຂ່າວ)
- ທ.ວິໄລ ໄຊຍະເວດ(ນັກສະແດງຈາກໂທລະພາບ)
- ທ. ຄຳກອງ ກິດຕິຄຸນ
- ທ.ບຸນເລີດ ປັນຍາ
- ທ. ອຸ່ນຫ້ລາ ຣາຊາຈັກ
- ທ. ສີຈັນ ແພງຄຳຮັກ
(ເລື່ອງຍັງຍາວ ມື້ໜ້າຈະມາເລົ່າສູ່ຟັງຕື່ມອີກ)
ຂອບໃຈທີ່ຕິດຕາມ
ລະຄອນສຽງແຄນລາວ ພວກເຂົາຄືໃຜຫວາ...
ລະຄອນສຽງແຄນລາວ ແມ່ນທີມງານໜຶ່ງທີ່ເອີ້ນຮຽກໃນລາຍການວິທະຍຸ ເປັນຄະນະລະຄອນສຽງແຄນລາວ. ມັນໄດ້ກຳເນີດເກີດຂຶ້ນໃນທ່າມກາງຄວາມຮຽກຮ້ອງຕ້ອງການຂອງຄົນຟັງລາຍການວິທະຍຸ ໃນລະຫ່ວາງປີ 1985 ເຊິ່ງໄລຍະນັ້ນ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ກາຍເປັນສື່ສານປະເພດດຽວ ທີ່ເຂົ້າເຖິງປະຊາຊົນໄດ້ຢ່າງວ່ອງໄວ ແລະ ກ້ວາງຂວາງ ກວມພື້ນທີ່ຂອງປະເທດ ໄດ້ກ່ວາເຄິ່ງໜຶ່ງ(ສຳລັບຄື້ນກາງ AM 567 Khz) ແລະ ກວມພື້ນທີ່ໃນ ພາກພື້ນ ອາຊີ-ປາຊີຟິກເປັນສ່ວນຫລາຍ(ສຳລັບຄື້ນສັ້ນ SW 6130 Khz or 49 Metre) ນັກສະແດງລະຄອນເວລານັ້ນລ້ວນແຕ່ເປັນນັກຈັດລາຍການ ແລະ ຜູ້ອ່ານຂ່າວ ລວມແລ້ວມີປະມານ 5-6 ຄົນ ເທົ່ານັ້ນລະ.
ຄວາມຈິງກ່ອນຈະເອີ້ນວ່າ “ຄະນະລະຄອນສຽງແຄນລາວ” ນັ້ນ ກ່ອນນີ້ ແມ່ນມີທີມງານຜລິດລະຄອນມາແລ້ວ ຄືໃນຊຸມມປີ1980 ນັ້ນໄດ້ເອີ້ນວ່າ: “ຄະນະລະຄອນວິທະຍຸກະຈາຍສຽງແຫ່ງຊາດ” ເລື່ອງທີ່ສະແດງສ່ວນໃຫ່ຍ ໃນໄລຍະນີ້ ແມ່ນໄດ້ສ່ອງແສງເຖິງຄວາມຮັກຊາດ ແລະ ພາລະກິດການຕໍ່ສູ້ປົດປ່ອຍຊາດ ໂດຍຍຶດໝັ້ນແນວທາງການນຳຂອງພັກ ແລະ ລັດ ກ່ອນຈະມີ ການປ່ຽນຊື່ມາເປັນ “ຄະນະລະຄອນສຽງແຄນລາວ” ມາຈົນຮອດປັດຈຸບັນ .
ການຈັດຕັ້ງຄະນະລະຄອນສຽງແຄນລາວຂຶ້ນມາຈຸດປະສົງກໍ່ແມ່ນ ສ້າງຄວາມບັນເທີງແກ່ຜູ້ຟັງທີ່ເຮັດວຽກຢູ່ຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ ໂດຍສະເພາະແມ່ນປະຊາຊົນລາວບັນດາເຜົ່າທີ່ດຳລົງຊີວີດຢູ່ຫ່າງໄກສອກຫລີກ ທີ່ ມີອາຊີບປູກຝັງ ລ້ຽງສັດ ແລະ ຊາວຄ້າຂາຍຈຳນວນໜຶ່ງ. ນອກນີ້ກະຍັງມີນັກຮຽນນັກສຶກສາຕາມສະຖາບັນຕ່າງໆທີ່ນີຍົມຊົມຊອບ ແລະ ຕ້ອງການຢາກຄົ້ນຄ້ວາກ່ຽວກັບການປະພັນ ແລະ ການສະແດງໃນຂະແໜງການລະຄອນວິທະຍຸ.
(ຫາກຢາກຮູ້ວ່າ ນັກສະແດງລະຄອນສຽງແຄນລາວໃນເບື້ອງຕົ້ນມີໃຜແດ່ ຢ່າລືມຄິດຕາມຕອນຕໍ່ໄປ)
Subscribe to:
Posts (Atom)